ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ ປະຈຳສົກຮຽນ 2019-2020 ຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 14-15 ຕຸລາ 2020 ຢູ່ໂຮງຮຽນທິດສະດີການເມືອງ-ການປົກຄອງ ນວ ເປັນປະທານຂອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນວ ພ້ອມດ້ວຍທ່ານເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ຄະນະຜູ້ບໍລິຫານ ການສຶກສາ ຜູ້ອຳນວຍການໂຮງຮຽນທັງພາກລັດ ແລະ ເອກະຊົນ ພາຍໃນ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຮັບຝັງບົດສະຫຼຸບການເຄື່ອນໄຫວວຽກງານຂອງພະແນກສຶກສາທິການ ແລະ ກີລາ ນວ 2019-2020 ແລະ ແຜນພັດທະນາການສຶກສາ 2020-2021 ແລະ ຟັງການເຜີຍແຜ່ມະຕິ ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ແລະ ການປະຕິບັດຄາດໝາຍຂອງ ນວ ການຄຸ້ມຄອງໂຮງຮຽນ ເປັນຫຼັກ ລວມທັງການນຳໃຊ້ລະບົບໄອທີ ເຂົ້າໃນການຮຽນ-ການສອນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າປຶກ ສາຫາລືກັນ ເພື່ອຫາທາງແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ແລະ ປາກົດການຫຍໍ້ທໍ້ພາຍໃນຖັນແຖວຄູ-ອາຈານ ແລະ ນັກຮຽນ ນັກສຶກສາ ໃຫ້ຫຼຸດໜ້ອຍຖອຍລົງ.

ເພື່ອສືບຕໍ່ຜັນຂະຫຍາຍໜ້າທີ່ວຽກງານວິຊາສະເພາະ ທາງພະແນກສຶກສາທິການ ແລະ ກີລາ ນວ ໄດ້ວາງ 13 ຄາດໝາຍຫຼັກ ຄື:
1. ອັດຕາເຂົ້າຮຽນຂອງເດັກ 5 ປີ ໃຫ້ເພີ່ມຈາກ 97,76% ມາເປັນ 97,80%.
2. ສູ້ຊົນໃຫ້ມີຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນຂອງເດັກ 5 ປີ ສູງກວ່າ 92% ໃຫ້ໄດ້ 8 ເມືອງ.
3. ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນ ປ1 ຈາກ 3,75% ໃຫ້ຍັງເຫຼືອ 3,55%.

4. ຫຼຸດຜ່ອນອັດຕາຄ້າງຫ້ອງຂອງນັກຮຽນ ປ1 ຈາກ 3,70% ໃຫ້ຍັງເຫຼືອ 3,50%.
5. ຫຼຸດຜ່ອນການປະລະຂອງນັກຮຽນຊັ້ນປະຖົມ ຈາກ 1,50% ໃຫ້ຍັງເຫຼືອ 1,45%.
6. ຫຼຸດຜ່ອນການຄ້າງຫ້ອງຂອງນັກຮຽນຊັ້ນປະຖົມ ຈາກ 2,14% ໃຫ້ຍັງເຫຼືອ 2%.
7. ອັດຕາລອດເຫຼືອຮອດ ປ5 ໃຫ້ບັນລຸ ໄດ້ 93,70%.

8. ອັດຕາເຂົ້າຮຽນຊັ້ນ ມ ຕົ້ນໃຫ້ບັນລຸໄດ້ 100%.
9. ອັດຕາເຂົ້າຮຽນລວມຊັ້ນ ມປາຍ ໃຫ້ບັນລຸໄດ້ 86,50%.
10. ສົ່ງເສີມໃຫ້ນັກຮຽນຈົບຊັ້ນ ມ4 ຜູ້ທີ່ບໍ່ມີເງື່ອນໄຂຮຽນຕໍ່ ມ ປາຍ ໃຫ້ໄປຮຽນສາຍອາຊີວະ ວິຊາຊີບໃຫ້ໄດ້ 5% ແລະ ໃຫ້ນັກຮຽນ ຈົບ ມ7 ໄປຮຽນຕໍ່ໃນລະດັບຕ່າງໆໃຫ້ໄດ້ 80%.
11. ສູ້ຊົນໃຫ້ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນ ປ5 ໄດ້ 100% ໃຫ້ໄດ້ 9 ເມືອງ.
12. ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນລວມໃໝ່ຂັ້ນ ມ4 ຂອງນັກຮຽນ ຍິງສູງກວ່າ 92% ໃຫ້ໄດ້ 9 ເມືອງ.
13. ສົ່ງເສີມມວນຊົນທຸກເພດທຸກໄວ ໄດ້ເຂົ້າຮ່ວມຫັດກາຍບໍລິຫານ ການອອກກຳລັງກາຍ ແລະ ການຫຼິ້ນກີລາກາຍະກຳໃຫ້ໄດ້ 38,50%.

# ພາບ & ຂ່າວ: ບຸນມີ