ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລາໂຣກສາຍພັນໃໝ່ Covid-19 ຂັ້ນນະຄອນຫຼວງວຽງຈັນ ນຳໂດຍທ່ານ ຄຳຄູນ ໃບລາຕີຣ ຮອງຫົວໜ້າພະ ແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບໂຮງແຮມ ໄດ້ນຳພາຄະນະລົງຕິດຕາມ ກວດກາ ພ້ອມທັງເຮັດສັນຍາຮ່ວມກັບໂຮງແຮມຈຳນວນ 5 ແຫ່ງ ຢູ່ນະຄອນ ຫຼວງວຽງຈັນ ທີ່ສະໝັກເຂົ້າຮ່ວມເປັນສະຖານທີ່ກັກກັນ-ຈຳກັດບໍລິເວນຂອງຜູ້ເດີນທາງມາຈາກຕ່າງປະເທດ ໃນວັນທີ 14 ຕຸລາ 2020.

ການລົງຕິດຕາມ-ກວດກາ ແລະ ເຮັດສັນຍາກັບໂຮງແຮມຂອງຄະນະດັ່ງກ່າວ ເພື່ອເປັນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການຄວບຄຸມການນຳເຂົ້າຂອງເຊື້ອພະຍາດຈາກຜູ້ທີ່ຈະ ເດີນທາງເຂົ້າມາ ສປປ ລາວ ໃຫ້ເຂັ້ມງວດ ໂດຍກຳນົດໃຫ້ກັກກັນ-ຈຳກັດບໍລິເວນເປັນເວລາ 14 ວັນ ຢູ່ໂຮງແຮມທີ່ໄດ້ຮັບອະນຸຍາດເທົ່ານັ້ນ ເຊິ່ງໂຮງແຮມທີ່ສະໝັກເຂົ້າຮ່ວມເປັນສະຖານທີ່ກັກກັນ-ຈຳກັດບໍລິເວນຂອງຜູ້ເດີນທາງມາຈາກຕ່າງປະເທດ ຈະຕ້ອງໄດ້ປະຕິບັດຕາມເງື່ອນໄຂ 15 ຂໍ້ຢ່າງເຂັ້ມງວດ.


# ຂ່າວ & ພາບ: ຊິລິການດາ