ສອສວ ສືບຕໍ່ໂຄງການສົ່ງເສີມຂະຫຍາຍການອ່ານກາບກອນ ແລະ ຂັບລຳສັງສິນໄຊ

    ພິທີຖະແຫຼງຂ່າວ ” ໂຄງການເສີມຂະຫຍາຍການອ່ານກາບກອນ ແລະ ຂັບລຳສັງສິນໄຊ ” ຄັ້ງທີ III ຈັດຂຶ້ນໃນວັນທີ 10 ຕຸລາ 2020 ຢູ່ຮ້ານ ສະມາຍດີ ຖະໜົນເຈົ້າຟ້າງຸ່ມ (ແຄມຂອງ) ບ້ານສີຖານເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ສຸນັນທາ ກັນລະຍາ ປະທານສະມາຄົມສົ່ງເສີມຂະຫຍາຍການອ່ານກາບກອນ ແລະ ຂັບລຳສັງສິນໄຊ (ສອສວ) ທ່ານນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັດທະນະທຳມະຫາຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານນາງ ສຸນັນທາ ກັນລະຍາ ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ສະມາຄົມສົ່ງເສີມອະນຸຮັກສິນລະປະ ແລະ ວັນນະຄະດີ (ສອສວ) ຈະສືບຕໍ່ ” ໂຄງການເສີມຂະຫຍາຍການອ່ານກາບກອນ ແລະ ຂັບລຳສັງສິນໄຊ ” ຄັ້ງທີ III (ສົກສຶກສາ 2020-2021 ) ແນໃສ່ໃຫ້ຄົນຮຸ່ນໃໝ່ສາມາດນຳໃຊ້ ແລະ ສະແດງອອກເອກະລັກສະເພາະຂອງມໍລະດົກວັນນະຄະດີລາວ ພາຍໃຕ້ກອງທຶນອຸປະຖຳທາງດ້ານວັດທະນະທຳລາວ-Lao Cultural Fund (LCF) ຈາກຫ້ອງການເພື່ອການພັດທະນາ ແລະ ຮ່ວມມືແຫ່ງປະເທດສະວິດ The- Swiss Agency For Development and cooperation (SDC) ອິງຕາມການເຫັນດີ ແລະ ອະນຸມັດສືບຕໍ່ດຳເນີນໂຄງການຈາກກະຊວງຖະແຫຼງຂ່າວ ວັດທະນະທຳ-ທ່ອງທ່ຽວ ແລະ ກະຊວງສຶກສາທິການ-ກີລາ  ໂຄງການເສີມຂະຫຍາຍການອ່ານກາບກອນ ແລະ ຂັບລຳສັງສິນໄຊ ຈຶ່ງໄດ້ເລີ່ມດຳເນີນຄັ້ງທີ III  ໂຄງການຄັ້ງທີ I ( 2015-2016) ຄັ້ງທີ II ( 2017-2018) .

    ສໍາລັບໂຄງການຄັ້ງທີ III ນີ້ ພວກເຮົາຈະໄດ້ຈັດເຝິກອົບຮົມຄູເຝິກ ແລະ ຈັດງານບຸນມະໂຫລານ ອົບຮົມຄູເຝິກ ແລະ ຈັດງານບຸນມະໂຫລານສັງສິນໄຊກັບທີ່ໃນແຕ່ລະທ້ອງຖິ່ນ ຄື ໃນ 3 ແຂວງ:  ຊຽງຂວາງ ຄໍາມ່ວນ ແລະ ໄຊຍະບູລີ ໂດຍຄາດຄະເນວ່າ ສະເພາະກິດຈະກໍາເຝິກອົບຮົບ ຈະມີຄູ ແລະ ພະນັກງານເຂົ້າຮ່ວມເຖິງ 48 ທ່ານ  ກິດຈະກໍາຮຽນອ່ານ ເລົ່າ ແລະ ຂັບລໍາກາບກອນສັງສິນໄຊຢູ່ໂຮງຮຽນ ຈະມີນັກຮຽນເຂົ້າຮ່ວມ 500 ເຖິງ 700 ນ້ອງ ສໍາລັບບຸນມະໂຫລານສັງສິນໄຊ ຄາດວ່າຈະມີຜູ້ສະແດງ 135 ນ້ອງ ແລະ ຜູ້ຊົມ 200-300 ຄົນ ແຕ່ການກໍານົດຈັດງານບຸນມະໂຫລານສັງສິນໄຊ ຍັງຈະຕ້ອງໄດ້ເຝົ້າລະວັງສະພາບການລະບາດຂອງເຊື້ອພະຍາດ ໂຄວິດ 19 ນຳອີກ.

    ສອສວ ເຊື່ອໝັ້ນວ່າ ກິດຈະກໍາໃນໂຄງການທີ່ພວກຂ້າພະເຈົ້ານໍາມາສະເຫນີໃນການຖະແຫຼງຂ່າວໃນມື້ນີ້ ຈະເປັນການເສີມຄວາມຮູ້ ຄວາມເຂົ້າໃຈ ແລະ ສ້າງຄວາມຮັກຫອມຕໍ່ວັນນະຄະດີອັນເກົ່າແກ່ ແລະ ຊົງຄຸນຄ່າຂອງຊາດລາວເຮົາ ທັງເປັນການອະນຸຮັກບົດກະວີອໍາມະຕະ ອັນເປັນ “ມໍລະດົກແຫ່ງຊາດ” ເພື່ອເສີມຂະຫຍາຍທັກສະ ແລະ ຄວາມເຂົ້າໃຈຕໍ່ວັນນະຄະດີລາວ ແລະ ພາສາລາວ ເພື່ອເສີມສ້າງສັກກະຍະພາບໃນການຮຽນ ການສອນ ແລະ ເພື່ອກະຕຸກຊຸກຍູ້ ແລະ ສ້າງແຮງບັນດານໃຈ ໃຫ້ຄູ ນັກຮຽນ ແລະ ຊຸມຊົນ ໄດ້ຮ່ວມກັນສືບທອດມໍລະດົກທາງວັດທະນະທໍາ ຜ່ານກິດຈະກໍາທີ່ມ່ວນ ແລະ ຫຼາກຫຼາຍຮູບແບບ.

    ຄະນະພວກຂ້າພະເຈົ້າມີ ຄວາມຕັ້ງໃຈຢາກໃຫ້ໂຄງການນີ້ກາຍເປັນກິດຈະກໍາຮ່ວມສະໄໝ ທີ່ສາມາດສືບທອດໃຫ້ແກ່ເຍົາວະຊົນຮຸ່ນໃໝ່ໄດ້ນໍາໃຊ້ ແລະ ສະແດງອອກເປັນເອກະລັກສະເພາະຂອງມໍລະດົກວັນນະຄະດີລາວ ການເລົ່າກາບກອນນີ້ ສາມາດເສີມເຂົ້າໄປໃນກິດຈະກໍາຂອງສູນວັດທະນະທໍາເດັກ ຫຼື ໃນຊົ່ວໂມງກິດຈະກໍາຂອງໂຮງຮຽນປະຖົມ ແລະ ມັດທະຍົມ ເຊິ່ງໄດ້ເຮັດທົດລອງຢູ່ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ມາແລ້ວເປັນເວລາ 10 ປີ.

# ພາບ & ຂ່າວ: ອຸເປຂາ

error: Content is protected !!