ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ທ້າຍສະໄໝທີ VI ສະໄໝສາມັນ ຄັ້ງທີ 23 ຈັດຂຶ້ນວັນທີ 13 ຕຸລາ 2020 ຢູ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວ ມີສະຫາຍຄະນະປະຈຳພັກ ຄະນະພັກ ຫົວໜ້າຫ້ອງວ່າການ ພ້ອມດ້ວຍທ່ານເຈົ້າເມືອງ ພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ຕີລາຄາ ແລະ ປຶກສາຫາລື 4 ວຽກໃຫຍ່ ໃນການຫ້າງຫາ ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ໄດ້ຮັບຝັງການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບການກະກຽມຄວາມພ້ອມດ້ານເສດຖະກິດ ດ້ານຂະບວນການ ແລະ ດ້ານ ປກຊ ປກສ ໄດ້ພ້ອມກັນຄົ້ນຄວ້າ ພິຈາລະນາຮັບຮອງຮ່າງ ລາຍການການເມືອງຂອງອົງຄະນະພັກ ນວ ແລະ ຮ່າງ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຂອງ ນວ ແລະ ພິຈາລະນາຮັບຮອງຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ນວ ສະໄໝ ທີ VI ຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ແລະ ໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບການແບ່ງວຽກ ສະເໜີເອກະສານຕໍ່ກອງປະຊຸມ ບົດລາຍງານຕໍ່ຄະນະເລຂາທິການສູນກາງພັກ ແລະ ເອກະສານອື່ນໆ ສະເໜີໂດຍອະນຸກຳມະການເນື້ອໃນ.

ຜ່ານການນຳສະເໜີ ຄົ້ນຄວ້າ ປຶກສາຫາລືກັນ ເຫັນວ່າການຫ້າງຫາກະກຽມໃນແຕ່ລະໜ້າວຽກຂອງອະນຸກຳມະການ ໂດຍລວມແມ່ນສຳເລັດເປັນສ່ວນໃຫຍ່ ມີຄວາມພ້ອມຫຼາຍດ້ານ ນັບແຕ່ການຈັດສັນທາງດ້ານງົບປະມານ ການຫ້າງຫາກະກຽມທາງດ້ານເນື້ອໃນ ບຸຄະລາກອນ ລວມໄປເຖິງວຽກງານຂະບວນການ ສະຖານທີ່ ປະ ດັບປະດາ ແລະ ພິທີການຕ່າງໆ ແມ່ນມີຄວາມພ້ອມໂດຍພື້ນຖານ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ກໍຄືອະນຸກຳມະການໃນແຕ່ລະໜ້າວຽກ ແລະ ທຸກສະຫາຍ ທຸກພາກສ່ວນ ທີ່ເອົາໃຈໃສ່ດ້ວຍ ຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຊອບຂອງຕົນ ເຮັດໃຫ້ແຕ່ລະວຽກງານມີຜົນສຳເລັດ ຕາມລະດັບຄາດໝາຍ ພ້ອມເນັ້ນໃຫ້ອະນຸກຳມະການທຸກພາກສ່ວນ ຈົ່ງພ້ອມກັນກວດກາຄືນບາງບັນຫາທີ່ຍັງຄ້າງຄາ ເພື່ອພ້ອມກັນຫາວິທີແກ້ໄຂ ໃຫ້ສຳເລັດກອງປະຊຸມໃຫຍ່ຈະມີຂຶ້ນ.
# ຂ່າວ & ພາບ: ບຸນມີ ສີວິໄລ