
ທ່ານ ເຄນ ວົງທອງຈິດ ປະທານບໍລິສັດ ສຸດໃຈທ່ອງທ່ຽວ ຈຳກັດຜູ້ດຽວ ໃຫ້ສຳພາດວັນທີ 12 ຕຸລາ 2020 ວ່າ: ປັດຈຸບັນ ບໍລິສັດຍ້າຍສຳນັກງານ ຈາກເມື່ອກ່ອນຕັ້ງຢູ່ແຄມຂອງ ບ້ານມີໄຊ ເມືອງຈັນທະບູລີປັດຈຸບັນໄດ້ຍ້າຍມາຕັ້ງຢູ່ຮ່ອມ 4 ບ້ານໂພນສີນວນ ເມືອງວີສັກຕະນາກ ນະຄອນຫຼວງວຽງຈັນ ໃນໂອກາດທີ່ພາກລັດມີໂຄງການ ລາວທ່ຽວລາວ ບໍລິສັດໄດ້ຈັດກິດຈະກຳທ່ອງທ່ຽວພາຍໃນ ມີຫຼາຍໃຫ້ເລືອກທ່ຽວໂດຍລູກຄ້າສາມາດເຂົ້າຫາຂໍ້ມູນຈ່ອງລາຍການຕ່າງໆທາງໂທລະສັບ ເປັນຕົ້ນ ເລືອກຊື້ປີ້ລົດ ຈ່ອງທີ່ພັກເຊົາ ຊື້ລາຍການທ່ອງທ່ຽວ ຄູປອງ ແລະ ສ່ວນຫຼຸດ ວິທີເຂົ້າແມ່ນເຂົ້າ Play Store ຈາກນັ້ນຕີເຂົ້າໄປ soutchai app.

# ພາບ & ຂ່າວ: ສົມສະຫວັນ