ມອບ-ຮັບ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ

ພິ­ທີ​ມອບ-ຮັບ​ຕຳ­ແໜ່ງ ຫົວ­ໜ້າ​ຄະ­ນະ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ນະ­ຄອນ­ຫຼວງ​ວຽງ​ຈັນ (ຄຂສພ ນວ) ລະ­ຫວ່າງ​ຜູ້​ເກົ່າ ແລະ ຜູ້​ໃໝ່ ຈັດ​ຂຶ້ນ​ວັນ​ທີ 13 ຕຸ­ລາ 2020 ຢູ່​ຫ້ອງ­ການ​ສົ່ງ­ເສີມ ແລະ ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ໂດຍ​ມີ​ທ່ານ ນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ທຳ​ມາ ເພັດ​ວິ​ໄຊ ຫົວ­ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ ກະ­ຊວງ ຜທ ໄດ້​ຜ່ານ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ວ່າ​ດ້ວຍ​ການ​ອະ­ນຸ­ມັດ​ໃຫ້​ພະ­ນັກ­ງານ​ອອກ​ພັກ­ຜ່ອນ​ຮັບ​ອຸດ​ໜູນ​ບຳ­ນານ ແລະ ຜ່ານ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຫົວ­ໜ້າ​ຄະ­ນະ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ນວ ເຊິ່ງ​ຕົກ­ລົງ​ເຫັນ​ດີ​ແຕ່ງ­ຕັ້ງ​ທ່ານ ທະ​ນົງ​ໄຊ ຄຸດ​ໄພ­ທູນ ເລ­ຂາ​ໜ່ວຍ​ພັກ ຮອງ​ຫົວ­ໜ້າ ຄຂສພ ນວ ເປັນ​ຫົວ­ໜ້າ​ຄະ­ນະ ຄຂສພ ນວ ຜູ້​ໃໝ່ ປ່ຽນ​ແທນ​ທ່ານ ສຸ­ບັນ ຈຸນ​ລະ​ຊາ ຫົວ­ໜ້າ ຄຂສພ ນວ ຜູ້​ເກົ່າ ທີ່​ອອກ​ພັກ​ການ​ຮັບ​ອຸດ​ໜູນ​ບຳ­ນານ

ທ່ານ ນາງ ຄຳ​ຈັນ ວົງ​ແສນ​ບູນ ກ່າວ​ວ່າ: ວຽກ​ງານ​ການ​ພັດ­ທະ­ນາ ແລະ ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳ­ຄັນ ແລະ ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ຊີ້​ນຳ​ຢ່າງ​ໃກ້­ຊິດ­ຕິດ­ແທດ​ຈາກ​ພັກ ແລະ ລັດ­ຖະ­ບານ ເວົ້າ​ລວມ ເວົ້າ​ສະ­ເພາະ ກໍ​ຄື​ຄະ­ນະ​ນຳ​ກະ­ຊວງ ຜທ ແລະ ອົງ­ການ​ປົກ­ຄອງ ນວ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ການ​ພັດ­ທະ­ນາ ແລະ ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ໄດ້​ຮັບ​ການ​ປັບ­ປຸງ​ເຂົ້າ​ສູ່​ລະ­ບົບ​ດີ​ຂຶ້ນ​ເລື້ອຍໆ ສາ­ມາດ​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃນ​ແຕ່​ລະ​ໄລ­ຍະ ໂດຍ​ສະ­ເພາະ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ການ​ດຶງ​ດູດ​ການ​ລົງ­ທຶນ ແລະ ອື່ນໆ ສະ­ນັ້ນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ຢູ່​ລາວ ກໍ​ຄື ນວ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນ​ທ່ຽງ ຮຽກ­ຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ສືບ­ຕໍ່​ປັບ­ປຸງ ແລະ ກໍ່­ສ້າງ​ບຸ​ຄະ­ລາ​ກອນ​ທີ່​ຮັບ­ຜິດ­ຊອບ​ໃນ​ຂົງ­ເຂດ​ນີ້​ໃຫ້​ເຕີບ​ໃຫຍ່​ເຂັ້ມ­ແຂງ ສົມ​ຄູ່​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ວຽກ​ງານ​ຕົວ​ຈິງ​ຂອງ​ການ​ພັດ­ທະ­ນາ ແລະ ໜ້າ­ທີ່​ການ­ເມືອງ​ຂອງ​ພັກ ແລະ ລັດ­ຖະ­ບານ​ໃນ​ໄລ­ຍະ​ໃໝ່ ໃຫ້​ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ.

ປັດ­ຈຸ­ບັນ ເຂດ​ເສດ­ຖະ­ກິດ​ພິ­ເສດ​ທົ່ວ​ປະ­ເທດ ມີ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຈາກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ຫຼາຍ​ກວ່າ 800 ບໍ­ລິ­ສັດ ສະ­ເພາະ​ໃນ​ເຂດ​ເສດ­ຖະ­ກິດ​ພິ­ເສດ ນວ ສາ­ມາດ​ດຶງ​ດູດ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້​ທັງ​ໝົດ 218 ບໍ­ລິ­ສັດ ມີ​ທຶນ​ຈົດ​ທະ­ບຽນ 903 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 8.330 ຕື້​ກີບ ແຜນ­ການ​ລົງ­ທຶນ 5.053 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 46.630,91 ຕື້​ກີບ ມູນ​ຄ່າ​ການ​ລົງ­ທຶນ​ຕົວ​ຈິງ ມາ​ເຖິງ​ປັດ­ຈຸ­ບັນ​ມີ 2.697 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 24.880,94 ຕື້​ກີບ ແລະ ມອບ​ພັນ­ທະ​ໃຫ້​ລັດ­ຖະ­ບານ​ໄດ້ 5,9 ລ້ານ​ໂດ​ລາ​ສະ­ຫະ­ລັດ ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ 5.675 ຄົນ ໃນ​ນັ້ນ ມີ​ຄົນ​ລາວ 5.115 ຄົນ ນຳ​ເຂົ້າ​ວັດ­ຖຸ​ດີບ​ເປັນ​ສິນ­ຄ້າ ມູນ​ຄ່າ 2.849 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື​ປະ­ມານ 26.286,15 ຕື້​ກີບ ແລະ ມີ​ການ​ສົ່ງ​ອອກ​ສິນ­ຄ້າ​ມູນ​ຄ່າ 220 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ຫຼື​ປະ­ມານ 2.029,77 ຕື້​ກີບ.

# ພາບ & ຂ່າວ: ລັດ​ເວ­ລາ

error: Content is protected !!