ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຫຼາຍພາກສ່ວນ ໂດຍສະເພາະກໍແມ່ນບັນດາຫົວໜ່ວຍທຸລະກິດ ເຊິ່ງຮ້ານເສື້ອລາວ ແລະ ໂຮງພິມເສື້ອລາວ ກໍເປັນຫົວໜ່ວຍທຸລະກິດໜຶ່ງທີ່ໄດ້ຮັບຜົນກະທົບ ເຮັດໃຫ້ລູກຄ້າຍົກເລີກສັນຍາສັ່ງຜະລິດເສື້ອ ແລະ ສົ່ງຜົນກະທົບຕໍ່ການຂາຍໜ້າຮ້ານ ພ້ອມທັງຍັງຖືກຍົກເລີກສັນຍາຄ່າເຊົ່າຮ້ານ ເຮັດໃຫ້ຕ້ອງໄດ້ປິດຮ້ານໃນໄລຍະຫຼາຍເດືອນຜ່ານມາ ມາເຖິງປັດຈຸບັນແມ່ນໄດ້ກັບມາເປີດຮ້ານໃໝ່ ຕັ້ງຢູ່ບ້ານ ທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອໃຫ້ທຸລະກິດສາມາດຟື້ນຄືນໃໝ່ ທາງຮ້ານດັ່ງກ່າວຈຶ່ງໄດ້ຈັດຫຼຸດລາຄາເສື້ອເພື່ອຟື້ນຟູເສດຖະກິດ ຜ່າວິກິດພະຍາດໂຄວິດ-19.

ທ່ານ ສຸວັນນີ ສະເຫຼີມໂຊກ ເຈົ້າຮອງຮ້ານ ແລະ ໂຮງພິມເສື້ອລາວ ໄດ້ໃຫ້ສຳພາດວັນທີ 12 ຕຸລາ 2020 ຜ່ານມາວ່າ: ຮ້ານເສື້ອລາວແມ່ນໄດ້ດຳເນີນການຜະລິດເສື້ອມາໄດ້ 12 ປີຜ່ານມາ ໄດ້ຜະລິດເສື້ອຕອບສະໜອງໃຫ້ກັບທຸກເທສະການ ກໍຄືວັນສຳຄັນຕ່າງໆຂອງລາວເຮົາ ໂດຍໄດ້ຜະລິດຕອບສະໜອງໃຫ້ກັບອົງການຕ່າງໆ ທັງພາກລັດ ແລະ ເອກະຊົນ ແລະ ຕອບສະໜອງໃຫ້ລູກຄ້າທົ່ວໄປ ໃນການດຳເນີນທຸລະກິດມາໄດ້ 10 ກວ່າປີ ແມ່ນສາມາດດຳເນີນທຸລະກິດໄດ້ຢ່າງຄ່ອງຕົວ ແຕ່ຕົກມາໄລຍະມີການລະບາດຂອງພະຍາດໂຄວິດ-19 ທາງຮ້ານຂອງພວກເຮົາແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍກົງ ເນື່ອງຈາກເສື້ອຂອງຮ້ານເຮົາແມ່ນຈະໄດ້ຮັບຄວາມນິຍົມຈາກລູກຄ້າສ່ວນໃຫຍ່ແມ່ນໃນໄລຍະເທສະການ ໃນເມື່ອມີການລະບາດຂອງພະຍາດນີ້ ລັດຖະບານໄດ້ເຫັນຄວາມສຳຄັນໃນການປ້ອງກັນການແຜ່ລະບາດຂອງພະຍາດນີ້ ຈຶ່ງບໍ່ອະນຸຍາດໃຫ້ຈັດງານຕ່າງໆໃນໄລຍະຜ່ານມາ ຈຶ່ງສົ່ງຜົນໃຫ້ເສື້ອທາງຮ້ານເຮົາບໍ່ໄດ້ຂາຍ ແລະ ລູກຄ້າທີ່ສັ່ງຜະລິດເພື່ອນຳໄປຈຳໜ່າຍຢູ່ຕ່າງແຂວງໃນໄລຍະບຸນປີໃໝ່ລາວ ກໍໄດ້ຍົກເລີກການສັ່ງຜະລິດ ພ້ອມນັ້ນ ກໍບໍ່ສາມາດຕໍ່ສັນຍາຄ່າເຊົ່າຮ້ານໄດ້ ຈຶ່ງໄດ້ປິດຮ້ານລົງກະທັນຫັນ ເຮັດໃຫ້ບໍ່ມີໜ້າຮ້ານມາໄດ້ 4 ເດືອນ ມາເຖິງປັດຈຸບັນ ຈຶ່ງໄດ້ເປີດຮ້ານໃໝ່ ຕັ້ງຢູ່ໃກ້ໄຟແດງ ບ້ານທົ່ງຕູມ ເປີດມາໄດ້ 1 ເດືອນ ເພື່ອເປີດເປັນຫ້ອງຂາຍ ແລະ ຫ້ອງການພົວພັນຝ່າຍຜະລິດ ພ້ອມນັ້ນໃນການເປີດຮ້ານໃໝ່ນີ້ ແມ່ນໄດ້ເນັ້ນຜະລິດເສື້ອເພື່ອຕອບສະໜອງໃຫ້ຕະຫຼາດຄືນໃໝ່ ເພື່ອດຶງດູດລູກຄ້າ ແລະ ເພື່ອຜ່ານຜ່າວິກິດໂຄວິດ-19 ໃຫ້ທຸລະກິດສາມາດຟື້ນຄືນໄດ້ ຈຶ່ງໄດ້ເຮັດກິດຈະກຳດຶງດູດລູກຄ້າຫຼາຍຢ່າງ ເຊັ່ນ: ເປີດຮັບຜະລິດເສື້ອ 10 ໂຕຂຶ້ນໄປ ໂດຍເນັ້ນບໍລິການດ້ວຍຄວາມວ່ອງໄວ ໃຫ້ບໍລິການຜະລິດ ແລະ ຈຳໜ່າຍເສື້ອຄໍມົນ ເສື້ອໂປໂລ ໃນຮູບແບບພິມກາ ພ້ອມທັງຍັງຜະລິດເສື້ອເປົາເພື່ອໃຫ້ລູກຄ້າໄດ້ພິມກາເສື້ອຕາມຄວາມຕ້ອງການຂອງລູກຄ້າ ໃນລາຄາເລີ່ມຕົ້ນ 24.000 ກີບ.

ຮ້ານເສື້ອລາວ ແລະ ໂຮງພິມຂອງພວກເຮົາ ມີຄວາມສາມາດຜະລິດໄດ້ມື້ໜຶ່ງ 1.000 ໂຕ ສຳລັບການຜະລິດເສື້ອຂອງຮ້ານເຮົາ ແມ່ນໄດ້ເນັ້ນໃສ່ຮັກສາເອກະລັກຄວາມເປັນລາວ ປັດຈຸບັນໄດ້ມີລາຍເສື້ອເກືອບ 20 ລາຍທີ່ເປັນເອກະລັກຄວາມເປັນລາວ ແນໃສ່ຜະລິດເພື່ອໃຫ້ລູກຄ້າຊື້ເປັນຂອງຕ້ອນຂອງຝາກ ພ້ອມທັງສາມາດນຸ່ງທົ່ວໄປໄດ້ ພ້ອມນັ້ນ ແມ່ນເນັ້ນນຳໃຊ້ຜ້າທີ່ມີຄຸນນະພາບມາຜະລິດ ໂດຍໄດ້ຜະລິດເສື້ອຄໍມົນຕອບສະໜອງໃຫ້ລູກຄ້າໃນຮູບແບບຊຸດຄອບຄົວ (ເສື້ອພໍ່ແມ່ລູກ) ແລະ ເສື້ອທີ່ສາມາດໃສ່ໄດ້ໃນທຸກເພດໄວ.
ເນື່ອງໃນໂອກາດກັບມາເປີດຮ້ານໃໝ່ ແລະ ເພື່ອຜ່າວິກິດໂຄວິດ-19 ນັ້ນ ປັດຈຸບັນໄດ້ຈັດຫຼຸດລາຄາຈາກປົກກະຕິເສື້ອຄໍມົນຂາຍໂຕລະ 60.000 ກີບ ປັດຈຸບັນໄດ້ຫຼຸດລາຄາເຫຼືອ 39.000 ກີບຕໍ່ຜືນ ເສື້ອໂປໂລຈາກລາຄາ 80.000 ກີບ ເຫຼືອພຽງ 60.000 ກີບ ນອກຈາກນັ້ນ ຍັງຮັບພິມລາຍເສື້ອ ກະເປົາ ໝວກ ແລະ ອື່ນໆ ແລະ ຮັບງານທົ່ວປະເທດ ແລະ ມີບໍລິການຈັດສົ່ງໃຫ້ລູກຄ້າຕ່າງແຂວງໂດຍບໍ່ຈຳເປັນຕ້ອງລົງມາຮັບເຄື່ອງເອງ ສາມາດພົວພັນທາງອອນລາຍ ຫຼື ເຟສບຸກ Laot-shirt ເສື້ອລາວ.

ສຳລັບຄຸນນະພາບນັ້ນ ເສື້ອລາວເຮົາແມ່ນໄດ້ເນັ້ນມາດຕະຖານຄຸນນະພາບເຊັ່ນ ເນັ້ນນຳໃຊ້ຜ້າແພທີ່ມີຄຸນນະພາບມາຜະລິດ ແລະ ນຳໃຊ້ສີທີ່ໄດ້ມາດຕະຖານມາພິມລາຍເສື້ອ ເຊິ່ງສາມາດຮັບປະກັນຄຸນນະພາບທຽບເທົ່າກັບເສື້ອທີ່ຜະລິດມາຈາກຕ່າງປະເທດ ເພື່ອໃຫ້ທຸກຄົນໄດ້ຮັບຮູ້ວ່າຜະລິດຕະພັນຂອງລາວເຮົາ ກໍມີຄຸນນະພາບທຽບເທົ່າກັບສາກົນ ເວົ້າລວມແລ້ວ ແມ່ນມີເປົ້າໝາຍແມ່ນສ້າງຊື່ສຽງໃຫ້ຜະລິດຕະພັນລາວ .
# ພາບ & ຂ່າວ: ເພັດສະໝອນ