ທະນາຄານແຫ່ງ ສປປ ລາວ ຈັດເຝິກອົບຮົມວຽກງານກວດກາລັດ ໃນຂະແໜງການທະນາຄານ ປະຈຳປີ 2020 ຂຶ້ນໃນລະຫວ່າງວັນທີ 13-16 ຕຸລາ 2020 ນີ້ ທີ່ສະໂມສອນສະຖາບັນການທະນາຄານ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍບັນດາຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຮອງພະແນກ ພະນັກງານວິຊາການທີ່ກ່ຽວຂ້ອງ ນັກວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ.

ໃນການຈັດກອງປະຊຸມເຝິກອົບຮົມວຽກງານກວດກາລັດຄັ້ງນີ້ ມີນັກສຳມະນາກອນເຂົ້າເຝິກອົບຮົມທັງໝົດ 87 ທ່ານ ຈຸດປະສົງແມ່ນເພື່ອເປັນການເພີ່ມຂີດຄວາມອາດສາມາດໃຫ້ແກ່ພະນັກງານຜູ້ທີ່ຮັບຜິດ ຊອບວຽກງານກວດກາໃນແຕ່ລະຂະແໜງການຂອງທະນາຄານແຫ່ງ ສປປ ລາວ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານການກວດສອບ ລະບົບຄວບຄຸມພາຍໃນ ການກວດສອບການປະມູນຈັດຊື້-ຈັດຈ້າງ ການກວດສອບງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ເພື່ອໃຫ້ການເຄື່ອນໄຫວວຽກງານມີຄວາມເປັນເອກະພາບ ຖືກຕ້ອງກັບກົດໝາຍ ແລະ ລະບຽບການຕ່າງໆ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສະດວກໃນການຈັດຕັ້ງປະຕິບັດ.

# ພາບ & ຂ່າວ: ວຽງມາ