ສິງກະໂປ ໃຫ້ທຶນເຝິກອົບຮົມກ່ຽວກັບການສ້າງຄວາມໝັ້ນຄົງ ດ້ານສະບຽງອາຫານ

ກະ­ຊວງ​ການ​ຕ່າງ­ປະ­ເທດ​ສິງ­ກະ­ໂປ ສືບ­ຕໍ່​ໃຫ້​ທຶນ​ເຝິກ­ອົບ­ຮົມ ຫົວ­ຂໍ້ “ສ້າງ​ຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ” ໃຫ້​ພະ­ນັກ­ງານ​ລັດ­ຖະ­ກອນ​ລາວ 12 ຄົນ ເຊິ່ງ​ເປັນ​ຊຸດ​ເຝິກ­ອົບ­ຮົມ​ທາງ­ໄກ ຈັດ​ຂຶ້ນ​ວັນ​ທີ 5-9 ຕຸ ລາ 2020 ຢູ່​ສູນ​ຮ່ວມ​ມື ລາວ-ສິງ­ກະ­ໂປ ໂດຍ​ມີ​ທ່ານ ອາ­ຈານ ຣີ​ຈາດ ຄໍ ຈາກ​ວິ­ທະ­ຍາ­ໄລ​ຊັບ​ພະ​ວິ­ຊາ ນາ­ນາ​ຊາດ​ນານ​ຢາງ ປະ­ເທດ​ສິງ­ກະ­ໂປ ເປັນ​ຜູ້​ດຳ­ເນີນ​ການ​ເຝິກ­ອົບ­ຮົມ ທີ່​ມາ​ແບ່ງ­ປັນ​ປະ­ສົບ​ການ ແລະ​ນະ­ໂຍ­ບາຍ​ຂອງ​ປະ­ເທດ​ສິງ­ກະ­ໂປ ໃນ​ການ​ຈັດ­ການ​ບັນ­ຫາ​ຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ​ແກ່​ລາວ.

ຊຸດ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ໄດ້​ຮັບ​ທຶນ​ສະ­ໜັບ­ສະ­ໜູນ​ຈາກ​ໂຄງ­ການ​ຂອບ​ການ​ເຊື່ອມ​ໂຍງ​ອາ​ຊຽນ (IAI) ພາຍ​ໃຕ້​ໂຄງ­ການ​ດັ່ງ­ກ່າວ ສິງ­ກະ­ໂປ​ໄດ້​ຈັດ​ຊຸດ​ເຝິກ­ອົບ­ຮົມ 20-30 ຄັ້ງ​ຕໍ່​ປີ ຢູ່​ສູນ​ຮ່ວມ​ມື​ລາວ-ສິງ­ກະ­ໂປ ໂດຍ​ເນັ້ນ​ໃສ່​ອົບ­ຮົມ​ຫຼາຍ​ຂົງ­ເຂດ ເຊັ່ນ: ການ​ບໍ­ລິ­ຫານ ແລະ ນະ­ໂຍ­ບາຍ​ສາ­ທາ­ລະ­ນະ​ທີ່​ເປັນ​ແບບ​ປະ­ຕິ­ບັດ​ທີ່​ດີ​ສຸດ ການ​ພັດ­ທະ­ນາ​ເສດ­ຖະ­ກິດ ສ້າງ​ຄວາມ​ສະ­ດວກ​ໃຫ້­ການ​ຄ້າ ສາ­ທາ­ລະ­ນະ​ສຸກ ແລະ ສະ­ຫວັດ­ດີ​ການ ສິ່ງ­ແວ­ດລ້ອມ ແລະ ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ພາ­ສາ​ອັງ­ກິດ ແລະ ທັກ​ສະ­ການ​ສື່­ສານ ແຕ່​ລະ​ປີ ມີ​ພະ­ນັກ­ງານ​ລາວ​ປະ­ມານ 600 ຄົນ ໄດ້​ຮັບ​ການ​ເຝິກ­ອົບ­ຮົມ ແລະ ນັບ​ແຕ່​ປີ 1993 ເປັນ­ຕົ້ນ​ມາ ພະ­ນັກ ງານ​ລັດ​ລາວ​ເກືອບ 14.000 ຄົນ ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ໂຄງ­ການ​ເຝິກ­ອົບ­ຮົມ​ຕ່າງໆ​ຂອງ​ກະ­ຊວງ​ຕ່າງ ປະ­ເທດ​ສິງ­ກະ­ໂປ ພາຍ​ໃຕ້​ໂຄງ­ການ​ຮ່ວມ​ມື​ສິງ­ກະ­ໂປ.

# ຂ່າວ & ພາບ:  ສະ­ບາ​ໄພ

error: Content is protected !!