ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ປິດສາກລົງເປັນທາງການ ວັນທີ 11 ຕຸລາ 2020 ຢູ່ສະໜາມກີລາແຫ່ງຊາດ ໂດຍມີການແຂ່ງຂັນ 2 ຄູ່ ໃນນີ້ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ຊະນະ ປກສ ເອັຟຊີ 3-1 ປະຕູ ຄວ້າແຊັມລາຍການດັ່ງກ່າວເປັນສະໄໝທີ 5 ແລະ ມາສເຕີ 7 ເອັຟຊີ ເອົາຊະນະ ວຽງຈັນ ເອັຟທີ 5-2 ປະຕູ ເປັນອັນດັບ 2.

ສະຫຼຸບການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ແຊັມເປັນຂອງ ລາວໂຕໂຢຕ້າ ເອັຟຊີ ທັງໄດ້ແຊັມລີກສູງສຸດຂອງ ສປປ ລາວ ເປັນສະໄໝທີ 5 ຕໍ່ຈາກປີ 2015 2017 2018 ແລະ 2019 ສ່ວນຮອງແຊັມແມ່ນ ມາສເຕີ 7 ເອັຟຊີ ອັນດັບ 3 ຊ້າງນ້ອຍ ເອັຟຊີ ຂະນະທີ່ຜູ້ຍິງສູງສຸດ ໂກເມສ ຄອສຕ້າ ຈາກສະໂມສອນ ລາວໂຕໂຢຕ້າ ແລະ ແກ້ວວຽງເພັດ ລິດທິເດດ ຈາກສະໂມສອນ ມາສເຕີ ຍິງໄດ້ 12 ປະຕູເທົ່າກັນ ສ່ວນນັກເຕະດີເດັ່ນແມ່ນ ແກ້ວ ວຽງເພັດ ຜູ້ຮັກສາປະຕູດີເດັ່ນ ສຸກທະວີ ສູນດາລາ (ລາວໂຕໂຢຕ້າ) ຄູເຝິກດີເດັ່ນທ່ານ ຈຸນ ຟູກຸດະ ຫົວໜ້າຄູເຝິກຂອງ ລາວໂຕໂຢຕ້າ ເອັຟຊີ.