ເລີກໃຊ້ເງິນສົດ ກົດບັດເພື່ອຊຳລະ

ໃນ​ປັດ­ຈຸ­ບັນ ການ​ຈັບ​ຈ່າຍ​ເງິນ­ສົດ ເພື່ອ​ຊື້-ຂາຍ​ສິນ­ຄ້າ ເພື່ອ​ເຮັດ​ທຸ­ລະ​ກຳ ແລະ ອື່ນໆ​ນັ້ນ ນັບ​ມື້​ຫຼຸດ​ນ້ອຍ​ຖອຍ​ລົງ ແລະ ຖືກ​ປ່ຽນ​ແທນ​ດ້ວຍ​ການ​ຈ່າຍ​ຜ່ານ​ບັດ​ເຄຼ​ດິດ ລະ­ບົບ​ເອ​ເລັກ​ໂຕຣ​ນິກ ເອີ້ນ​ວ່າ “ອີ​ມາ​ນີ” (e-money) ລະ­ບົບ​ການ ຈ່າຍ​ແບບ​ບໍ່​ໃຊ້​ເງິນ­ສົດ (Cashless) ນີ້ ສຸດ​ແສນ ສະ­ດວກ​ສະ­ບາຍ ບໍ່​ຈຳ­ເປັນ​ພົກ​ພາ​ເງິນ­ສົດ​ຕິດ​ຕົວ​ຄື​ແຕ່​ກ່ອນ​ອີກ​ແລ້ວ ວ່າ​ກັນ​ວ່າ ການ​ຈ່າຍ​ຜ່ານ​ລະ ບົບ​ໃໝ່​ນີ້​ມີ​ຄວາມ​ປອດ​ໄພ​ວ່ອງ­ໄວ​ກວ່າ ທັງ​ຊ່ວຍ ປ້ອງ​ກັນ​ອາ​ຊະ​ຍາ​ກຳ​ຟອກ​ເງິນ​ອີກ​ດ້ວຍ.

ທີ່ ຫວຽດ­ນາມ: ໂຄງ­ການ​ສົ່ງ­ເສີມ​ການ​ຊຳ­ລະ​ເງິນ­ສົດ​ຜ່ານ​ບັດ ລະ­ຫວ່າງ​ປີ 2016-2020 ນັ້ນ ໄດ້​ຮັບ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ແຕ່​ວັນ​ທີ 9 ມັງ­ກອນ 2017 ໂຄງ­ການ​ໄດ້​ວາງ ເປົ້າ​ໝາຍ​ເຮັດ​ສຳ­ເລັດ​ການ​ຕິດ​ຕັ້ງ​ເຄື່ອງ​ອ່ານ ບັດ​ເຄຼ​ດິດ​ຕາມ​ຈຸດ​ຂາຍ​ຕ່າງໆ ຈຳ­ນວນ 3 ແສນ ເຄື່ອງ​ໃນ​ທົ່ວ​ປະ­ເທດ ເພື່ອ​ເຮັດ​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ຜ່ານ​ບັດ​ບັນ­ລຸ 200 ລ້ານ​ຄັ້ງ​ຕໍ່​ປີ ໃນ​ນັ້ນ ລວມ​ທັງ​ການ​ສຳ​ລະ​ຄ່າ​ໄຟ­ຟ້າ ແລະ ນ້ຳ​ປະ­ປາ ໂຄງ­ການ​ໄດ້​ຊຸກ­ຍູ້​ໃຫ້​ປະ­ຊາ­ຊົນ​ທີ່​ມີ​ອາ­ຍຸ​ແຕ່ 15 ປີ ຂຶ້ນ​ໄປ ຢ່າງ​ໜ້ອຍ 70% ຕ້ອງ​ມີ​ບັນ­ຊີ​ທະ­ນາ­ຄານ ເພື່ອ​ຫຼຸດ​ອັດ­ຕາ​ສ່ວນ​ການ​ບໍ­ລິ­ການ​ດ້ວຍ​ເງິນ­ສົດ ລົງ​ໃຫ້​ໄດ້​ຕ່ຳ​ກວ່າ 10% ໃນ​ທົ່ວ​ປະ­ເທດ ລາຍ​ລະ ອຽດ​ກ່ຽວ​ກັບ​ການ​ສຳ​ລະ​ຜ່ານ​ບັດ​ຢູ່​ຫວຽດ­ນາມ ລະ­ຫວ່າງ​ປີ 2016-2020 ມີ​ດັ່ງ­ນີ້: ຂະ­ແໜງ​ໃຫ້​ບໍ­ລິ­ການ​ນ້ຳ​ປະ­ປາ ໄຟ­ຟ້າ ໂທລະ ສັບ ແລະ ການ​ສື່­ສານ ຈຳ­ນວນ 70% ຮັບ​ການ​ສຳ ລະ​ຜ່ານ​ບັດ​ຈາກ​ຄົວ​ເຮືອນ ແລະ ສ່ວນ​ບຸກ­ຄົນ 50% ຂອງ​ຄົວ​ເຮືອນ​ໃນ​ເຂດ​ຕົວ​ເມືອງ ຈັບ​ຈ່າຍ​ຊື້-ຂາຍ ສິ່ງ​ຂອງ​ປະ­ຈຳ​ວັນ​ຜ່ານ​ລະ­ບົບ​ເອ​ເລັກ​ໂຕຣ​ນິກ ໂຄງ­ການ​ສຳ​ລະ​ຜ່ານ​ບັດ ລະ­ຫວ່າງ​ປີ 2016-2020 ຈະ​ຊ່ວຍ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ຄົນ​ຫັນ​ມາ​ໃຊ້​ລະ­ບົບ​ສຳ​ລະ​ຜ່ານ​ບັດ​ຫຼາຍ​ຂຶ້ນ ແລະ ສະ­ກັດ​ກັ້ນ​ການ​ຫຼົບ​ຫຼີກ​ໜີ​ພາ­ສີ​ອີກ​ດ້ວຍ.

ທີ່ ອົດ​ສະ​ຕຣາ​ລີ: ໃນ​ທ້າຍ​ເດືອນ​ຕຸ­ລາ 2019 ມີ​ຂ່າວ​ວ່າ ສະ­ພາ​ຕ່ຳ​ອົດ​ສະ​ຕຣາ​ລີ ໄດ້​ຮັບ­ຮອງ ເອົາ​ຮ່າງ​ກົດ­ໝາຍ​ຫ້າມ​ຊຳ­ລະ​ດ້ວຍ​ເງິນ­ສົດ ທີ່​ມີ​ມູນ​ຄ່າ​ເກີນ 10.000 ໂດ​ລາ​ອົດ​ສະ​ຕຣາ​ລີ ຫຼື ປະ­ມານ 6.700 ໂດ​ລາ​ສະ­ຫະ­ລັດ ເຊິ່ງ​ຜູ້​ລະ ເມີດ​ຈະ​ໄດ້​ຮັບ​ໂທດ​ຈຳ​ຄຸກ​ເປັນ​ເວ­ລາ 2 ປີ ພ້ອມ ດ້ວຍ​ໂທດ​ປັບ​ໃໝ​ເປັນ​ເງິນ 25.200 ໂດ​ລາ​ອົດ ສະ​ຕຣາ​ລີ (ເທົ່າ​ກັບ 17.000 ໂດ​ລາ​ສະ­ຫະ­ລັດ) ກົດ­ໝາຍ​ສະ­ບັບ​ນີ້​ກຳ­ນົດ​ໃຊ້​ສຳ­ລັບ​ທຸກ​ບ້ວງ​ສຳ​ລະ​ຄ່າ​ສິນ­ຄ້າ ແລະ ການ​ບໍ­ລິ­ການ ເຊັ່ນ: ຄ່າ​ລົດ­ຍົນ ກຳ­ປັ່ນ ເຮືອ​ແພ ເຮືອນ​ຢູ່ ການ​ດັດ ແປງ​ຕຶກ​ສຳ­ນັກ­ງານ​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ ທີ່​ມີ​ເລກ​ລະ­ຫັດ​ທຸ­ລະ​ກິດ ຂ່າວ​ບອກ​ວ່າ ມາດ​ຕະ ການ​ດັ່ງ­ກ່າວ​ຈະ​ບໍ່​ນຳ​ໃຊ້​ສຳ­ລັບ​ການ​ແລ​ປ່ຽນ ຊື້-ຂາຍ ລະ­ຫວ່າງ ບຸກ­ຄົນ​ກັບ​ບຸກ­ຄົນ ຕົວ­ຢ່າງ ການ​ຄ້າ­ຂາຍ​ຂອງ​ສ່ວນ​ບຸກ­ຄົນ ເຊິ່ງ​ຜູ້​ຂາຍ​ບໍ່​ມີ​ເລກ ລະ­ຫັດ​ທຸ­ລະ​ກິດ ຫຼື ການ​ຈ່າຍ​ດ້ວຍ​ເງິນ­ສົດ​ໃຫ້​ແກ່ ບັນ­ດາ​ອົງ­ການ ການ​ເງິນ ກົດ­ໝາຍ​ນີ້​ບໍ່​ນຳ​ໃຊ້​ສຳ ລັບ​ປະ­ເພດ​ເງິນ​ດີ​ຈີ​ຕອນ ເຊັ່ນ: ເງິນ​ບິດ​ຄຼອຍ ວ່າ​ກັນ​ວ່າ ກົດ­ໝາຍ​ສະ­ບັບ​ນີ້ ມີ​ເປົ້າ​ໝາຍ​ສະ­ກັດ ກັ້ນ​ກຸ່ມ​ແກ້ງ​ອາ​ຊະ​ຍາ​ກຳ​ທີ່​ໃຊ້​ເງິນ­ສົດ​ຈຳ­ນວນ​ມະ ຫາ​ສານ​ເພື່ອ​ຊື້​ລົດ ເຮືອນ ແລະ ເຄື່ອງ​ປະ­ດັບ​ເອ້ ແນ­ໃສ່​ຟອກ​ເງິນ​ທີ່​ໄດ້​ມາ​ຈາກ​ການ­ເຄື່ອນ­ໄຫວ​ທີ່ ຜິດ​ກົດ­ໝາຍ.

error: Content is protected !!