
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແຈ້ງມາຍັງບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນບານເຕະເປບຊີລາວພຣີເມຍລີກແລະຄອມມານໂດລາວລີກ 2 ລະດູການ 2020 ຊາບກັນວ່າ: ເພື່ອເປັນການປະຕິບັດຕາມມາດຕະການສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດ COVID-19 ຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສະນັ້ນ ສຕລ ມີຄວາມຈຳເປັນທີ່ຕ້ອງໄດ້ເລື່ອນບັນດາກິດຈະກຳຂອງ ສຕລ ເຊິ່ງລວມທັງການຈັດການແຂ່ງຂັນບານເຕະລາຍການຕ່າງໆອອກໄປຕາມລາຍລະອຽດດັ່ງລຸ່ມນີ້:
ສຳລັບການແຂ່ງຂັນບານເຕະເປບຊີລາວພຣີເມຍລີກ ຈະເລື່ອນມື້ເປີດການແຂ່ງຂັນຕາມກຳນົດເວລາເດີມ ວັນທີ 25 ເມສາ 2020 ແລະ ການແຂ່ງຂັນບານເຕະຄອມມານໂດລາວລີກ 2 ໃນລະດູການ 2020 ຈະເລື່ອນມື້ເປີດການແຂ່ງຂັນຕາມກຳນົດເວລາວັນທີ 2 ພຶດສະພາ 2020 ອອກໄປຈົນກວ່າອອກໄປ ຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ ແລະ ສະພາບການກັບສູ່ພາວະປົກກະຕິ.
ນອກນີ້ ການກຳນົດການລົງທະບຽນຂອງນັກກີລາ ໃນການແຂ່ງຂັນສອງລາຍການດັ່ງກ່າວ ຈະໄດ້ຂະຫຍາຍໄລຍະເວລາອອກໄປຈົນກວ່າຈະມີການແຈ້ງການເພີ່ມເຕີມ ຈາກ ສຕລ ໃຫ້ບັນດາສະໂມສອນໂຈະກິດຈະກຳການຈັດຊຸມນຸມ ຫຼື ການເຝິກຊ້ອມທີ່ບໍ່ຈຳເປັນອອກໄປ ພ້ອມທັງຕິດຕາມຂ່າວ ແລະ ປະຕິບັດຕາມມາດຕະການຂອງລັດຖະບານ ໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດໃຫ້ສະໂມສອນຕິດຕາມການແຈ້ງການທາງການຈາກ ສຕລ ເປັນປະຈຳເພື່ອໃຫ້ມີຄວາມກຽມພ້ອມຂອງສະໂມສອນ ໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆຂອງ ສຕລ ປະຈຳປີ 2020.
ດັ່ງນັ້ນ ຈຶ່ງຖືເປັນກຽດແຈ້ງມາຍັງບັນດາສະໂມສອນບານເຕະ ທີ່ເຂົ້າຮ່ວມການແຂ່ງຂັນບານເຕະເປບຊີລາວພຣີເມຍລີກ ແລະ ຄອມມານໂດລາວລີກ 2 ລະດູການ 2020 ຮັບຊາບ ແລະ ຈັດຕັ້ງປະຕິບັດຕາມຄວາມເໝາະສົມ.