ສົ່ງເສີມລາວທ່ຽວລາວ ຄ່າບໍລິການຢູ່ຕາດຮ້ອຍຄົວຫຼຸດລົງ 50%

ທ່ານ ອາ­ຄົມ ພົມ​ມະ​ຫານ ປະ­ທານ​ບໍ­ລິ­ສັດ​ທ່ອງ​ທ່ຽວ​ລາວ​ກຣີນ ຜູ້​ສຳ​ປະ­ທານ​ຕາດ​ຮ້ອຍ​ຄົວ ສຳ­ພາດ​ບໍ່​ດົນ​ມາ​ນີ້​ວ່າ: ບໍ­ລິ­ສັດ​ທ່ອງ​ທ່ຽວ ລາວ​ກຣີນ ໄດ້​ເຂົ້າ​ມາ​ພັດ­ທະ­ນາ​ຕາດ​ຮ້ອຍ​ຄົວ​ເລີ່ມ​ແຕ່​ປີ 2015 ແລະ ໄດ້​ເປີດ​ບໍ­ລິ­ການ​ນັກ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເດືອນ​ສິງ­ຫາ​ປີ 2018 ໃນ​ເນື້ອ­ທີ່ 20 ກວ່າ​ເຮັກ­ຕາ ເຊິ່ງ​ມີ​ຫຼາຍ​ກິດ­ຈະ­ກຳ​ເຊັ່ນ: ຊົມ​ນ້ຳ­ຕົກ­ຕາດ ຂີ່​ສະ​ລິງ ຊົມ​ສວນ​ດອກ​ໄມ້ ຍ່າງ​ຂົວ​ບ້ວງ​ຢູ່​ລະ­ຫວ່າງ​ກາງ​ຕົ້ນ­ໄມ້​ໃຫຍ່​ຈາກ​ຕົ້ນ​ນີ້​ໄປ​ຫາ​ຕົ້ນ​ອື່ນ ໄຕ່​ເຊືອກ​ໄປ​ຕາມ​ຕົ້ນ­ໄມ້​ຕ່າງໆ ໄຕ່​ຂົວ​ໄມ້​ທີ່​ເຊື່ອມ​ຕໍ່​ລະ­ຫວ່າງ​ຕາດ ຜ່ານ​ປ່າ­ດົງ​ໃຫຍ່​ໄປ​ຫາ​ສວນ​ອຸ​ທະ­ຍານ​ທີ່​ປະ­ດັບ​ໄປ​ດ້ວຍ​ດອກ​ໄມ້​ຫຼາຍ​ຊະ­ນິດ ບໍ­ລິ­ການ​ນອນ​ກາງ​ເຕັ່ນ ຫ້ອງ​ພັກ ສ້າງ​ຕະ­ຫຼາດ​ຊຸມ​ຊົນ ໃນ​ໄລ­ຍະ​ເບື້ອງ​ຕົ້ນ​ທີ່​ເປີດ​ໃຫ້​ບໍ­ລິ­ການ ມີ​ນັກ​ທ່ອງ​ທ່ຽວ​ໃຫ້​ຄວາມ​ສົນ­ໃຈ​ເຂົ້າ​ມາ​ທ່ອງ​ທ່ຽວ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ສະ­ເລ່ຍ 300-350 ຄົນ​ຕໍ່​ວັນ ໃນ​ນີ້ 70% ແມ່ນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ 30% ແມ່ນ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ.

ພາຍ­ຫຼັງ​ທີ່​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເປັນ­ຕົ້ນ​ມາ ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ນ້ຳ­ຕົກ­ຕາດ​ຮ້ອຍ​ຄົວ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ແລະ ໄດ້​ປິດ​ກິດ­ຈະ­ການ​ຊົ່ວ­ຄາວ​ໄລ­ຍະ​ໜຶ່ງ ຕາມ​ມາດ​ຕະ­ການ​ທີ່​ລັດ­ຖະ­ບານ​ວາງ​ອອກ ເພື່ອ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ພາຍ­ຫຼັງ​ລັດ­ຖະ­ບານ​ມີ​ມາດ​ຕະ­ການ​ຜ່ອນ­ຜັນ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຕາດ​ຮ້ອຍ​ຄົວ​ໄດ້​ຮັບ​ການ​ປັບ­ປຸງ​ຫຼາຍ​ຢ່າງ​ຄືນ­ໃໝ່ ເພື່ອ​ໃຫ້​ເຂົ້າ​ກັບ​ສະ­ຖາ­ນະ​ການ​ທີ່​ເກີດ​ຂຶ້ນ ໂດຍ​ເລີ່ມ​ຈາກ​ການ​ບໍ­ລິ­ຫານ ໂດຍ​ໃຫ້​ພະ­ນັກ­ງານ​ທີ່​ມີ​ຢູ່ 70 ກວ່າ​ຄົນ​ເຂົ້າ​ເຮັດ​ວຽກ ແລະ ໃຫ້​ພັກ 2 ວັນ​ຕໍ່​ອາ­ທິດ ແລ້ວ​ຈ່າຍ​ເງິນ­ເດືອນ 70% ນອກ­ຈາກ​ນີ້ ຄ່າ​ທີ່​ພັກ ອາ­ຫານ ແລະ ຄ່າ​ກິດ­ຈະ­ກຳ​ຕ່າງໆ​ແມ່ນ​ຫຼຸດ 50% ເຊິ່ງ​ການ​ປັບ​ຕົວ​ໃນ​ຮູບ​ແບບ​ນີ້ ກໍ​ເພື່ອ​ຄວາມ​ຢູ່​ລອດ ແລະ ສົ່ງ­ເສີມ​ລາວ​ທ່ຽວ​ລາວ ກໍ​ຄື​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ເຂົ້າ​ມາ​ທ່ອງ​ທ່ຽວ​ໃຫ້​ນັບ​ມື້​ເພີ່ມ​ຂຶ້ນ.

# ພາບ & ຂ່າວ: ອົ່ນ ໄຟ​ສົມ​ທອງ

error: Content is protected !!