ອາຫານ “ປິ້ງຈີ່” ສ່ຽງ “ມະເຮັງ” ເຖິງວ່າພຽງແຕ່ສູບດົມຄວັນ-ຢູ່ໃກ້ເຕົາ

ງານ​ວິ­ໄຈ​ພົບວ່າ “ສານ​ກໍ່​ມະເຮັງ” ທີ່­ຢູ່​ໃນ​ຄວັນ ຈາກ​ການ​ປິ້ງ​ຈີ່​ອາຫານ​ເທິງ​ເຕົາ ສາ­ມາດ​ເຂົ້າ​ສູ່ຮ່າງ­ກາຍ​ໄດ້ ເຖິງແມ່ນ​ພຽງ​ເຮົາ​ຮັບ​ຄວັນ​ຢູ່​ໃກ້​ເຕົາ.

ງານ​ວິ­ໄຈ​ພົບ​ວ່າ ຫາກ​ເຮົາ​ຮັບ​ປະ­ທານ​ອາ­ຫານປິ້ງ​ຈີ່​ຢູ່​ໜ້າ​ເຕົາ​ທີ່​ເຮົາ​ປິ້ງ​ຈີ່​ເອງ ເຮົາ​ອາດ​ໄດ້​ຮັບ​ສານ​ກໍ່​ມະ​ເຮັງ​ຈາກ​ທັງ​ການ​ຮັບ​ປະ­ທານ​ອາ­ຫານ ການ​ສູບ​ດົມ​ຄວັນ ແລະ ດູດ​ຊຶມ​ຜ່ານ​ທາງ​ຜິວ­ໜັງ.

ທີມ​ວິ­ໄຈ​ທີ່​ກວາງ​ໂຈວ ປະ­ເທດ​ຈີນ ສະ­ຫຼຸບ​ຜົນ​ຈາກ​ການ​ຮວບ​ຮວມ​ຂໍ້​ມູນ​ຈາກ​ການ​ທົດ​ລອງ​ກັບອາ­ສາ​ສະ­ໝັກ​ທັງ 20 ຄົນ ທີ່​ຖືກ​ແບ່ງ​ອອກ​ເປັນ 3 ກຸ່ມ ກຸ່ມ​ທຳ​ອິດ​ໃຫ້​ລອງ​ກິນ​ອາ­ຫານ​ປິ້ງ​ຈີ່ ສູບ​ດົມຄວັນ ແລະ ຮັບ​ຄວັນ​ຜ່ານ​ຜິວ­ໜັງ ກຸ່ມ​ທີ່ 2 ພຽງ ສູບ​ດົມ​ຄວັນ ແລະ ຮັບ​ຄວັນ​ຜ່ານ​ຜິວ­ໜັງ ກຸ່ມ​ທີ່ 3 ຮັບ​ຄວັນ​ຜ່ານ​ຜິວ­ໜັງ​ຢ່າງ​ດຽວ ແລະ ເຮັດ​ການກວດ​ຫາ​ສານ​ກໍ່​ມະ​ເຮັງ​ຫຼັງ​ເຮັດ​ການ​ທົດ​ລອງ ພົບ​ວ່າ​ກຸ່ມ​ທີ່​ກິນ​ອາ­ຫານ​ປິ້ງ​ຈີ່ ສ່ຽງ​ໄດ້​ຮັບ​ສານ​ກໍ່ມະ​ເຮັງ​ຫຼາຍ​ທີ່​ສຸດ ແຕ່​ລອງ​ລົງ​ມາ​ກັບ​ເປັນ​ກຸ່ມ​ທີ່ຮັບ​ຄວັນ​ຜ່ານ​ຜິວ­ໜັງ ແລ້ວ​ອັນ​ດັບ​ສຸດ​ທ້າຍຄື​ກຸ່ມທີ່​ສູບ​ດົມ​ຄວັນ.

ສານ​ກໍ່​ມະ​ເຮັງ​ທີ່​ມັກ​ພົບ​ໃນ​ອາ­ຫານ​ປິ້ງ​ຈີ່ ໄດ້­ແກ່ສານ­ພິດ​ທີ່​ຊື່ ພີ​ເອ​ເອ​ຊ (polycyclic aromatic hydrocarbon) ເຊິ່ງ​ເປັນ​ຊະ­ນິດ​ດຽວ​ກັບ​ທີ່​ເກີດ​ໃນຄວັນ​ໄຟ ຄວັນ​ທູບ ຄວັນ​ຢາ­ສູບ ຄວັນ​ໂຮງ­ງານ ແລະ ຄວັນ​ອື່ນໆ​ທີ່​ເກີດ​ຈາກ​ການ​ເຜົາ​ໄໝ້​ທີ່​ບໍ່​ສົມ­ບູນ.

ສານ​ນີ້​ເກີດ​ຈາກ​ໄຂ­ມັນ​ໃນ​ຊີ້ນ​ສັດ​ທີ່​ສົດໆ ລົງເທິງ​ຖ່ານ​ຂະ­ນະ​ທີ່​ໃຫ້​ຄວາມ​ຮ້ອນ​ຕ່ຳ ແລະ ເມື່ອອາ­ກາດ​ມີ​ຈຳ­ກັດ ເຮັດ​ໃຫ້­ການ​ເຜົາ​ໄໝ້​ບໍ່​ສົມ­ບູນ ຈຶ່ງ​ເກີດ​ຄວັນ​ທີ່​ມີ​ສານ​ພີດ​ເອ​ເອ​ຊລອຍ​ຂຶ້ນ​ມາ​ເກາະທີ່​ຜິວ​ອາ­ຫານ ໂດຍ­ສານ​ນີ້​ຈະ​ມີ​ຫຼາຍ​ໃນ​ບໍ­ລິ­ເວນ​ທີ່ໄໝ້​ກອບ​ຂອງ​ອາ­ຫານ​ປິ້ງ​ຈີ່​ນັ້ນ.

ຈາກ​ທີ່​ຫຼາຍ​ຄົນ​ຄິດ​ວ່າ ການ​ຮັບ​ປະ­ທານ​ອາ­ຫານປິ້ງ​ຈີ່​ທີ່​ໄໝ້​ດຳ ຈະ​ເຮັດ​ໃຫ້​ເຮົາ​ສ່ຽງ​ຮັບ​ສານ​ກໍ່​ມະເຮັງ​ຫຼາຍ​ຂຶ້ນ​ແຕ່​ພຽງ​ຢ່າງ​ດຽວ ແຕ່​ອັນ​ທີ່​ຈິງ​ແລ້ວ ເມື່ອ​ສານ​ກໍ່​ມະ​ເຮັງ​ຢູ່​ໃນ​ຄວັນ ດັ່ງ­ນັ້ນ ຫາກ​ເຮົາສູບ​ດົມ​ຄວັນ ຫຼື ແມ່ນ​ແຕ່​ພຽງ​ການ​ຢືນ ຫຼື ນັ່ງ​ຢູ່​ໃກ້ເຕົາ​ຂະ­ນະ​ເຮັດ​ການ​ປິ້ງ​ຈີ່​ອາ­ຫານ​ຢູ່ ເຮົາ​ກໍ​ສາ­ມາດ​ຮັບ​ສານ​ກໍ່​ມະ​ເຮັງ​ໄດ້​ເຊັ່ນ​ກັນ.

ກິນ​ອາ­ຫານ​ປິ້ງ​ຈີ່ ຢ່າງ​ໃຫ້​ປອດ​ໄພ​ຕໍ່​ສານ​ກໍ່​ມະເຮັງ​ຫຼາຍ​ທີ່​ສຸດ.

ຄວາມ​ຈິງ​ແລ້ວ ການ​ບໍ່​ກິນ​ອາ­ຫານ​ປິ້ງ​ຈີ່ ຫຼື ກິນ​ໃຫ້​ໜ້ອຍ​ທີ່​ສຸດ ໜ້າ​ຈະ​ເປັນ​ທາງ​ອອກ​ທີ່​ດີ​ທີ່​ສຸດ ໃນ​ການ​ຫຼຸດ​ຄວາມ​ສ່ຽງ​ການ​ຮັບ​ສານ​ກໍ່​ມະ​ເຮັງ ຈາກ​ອາ­ຫານ​ປິ້ງ​ຈີ່ ແຕ່​ຫາກ​ຍັງ​ຢາກ​ກິນ​ອາ­ຫານປິ້ງ​ຈີ່​ຢູ່​ແດ່ ສາ­ມາດ​ຫຼຸດ​ຄວາມ​ສ່ຽງ​ອັນ­ຕະ­ລາຍຈາກ​ສານ​ກໍ່​ມະ​ເຣັງ​ໄດ້ ດັ່ງ­ນີ້:

1. ເລືອກ​ຊີ້ນ​ສັດ​ທີ່​ມີ​ໄຂ­ມັນ​ໜ້ອຍ​ໃນ​ການ​ນຳ​ມາປຸງ​ອາ­ຫານ ຫຼື ຕັດ​ສ່ວນ​ທີ່​ເປັນ​ໄຂ­ມັນ​ອອກ​ໄປໃຫ້​ໄດ້​ຫຼາຍ​ທີ່​ສຸດ ກ່ອນ​ເຮັດ​ການ​ປິ້ງ​ຈີ່.

2. ນຳ​ຊີ້ນ​ສັດ​ໄປ​ປຸງ​ໃຫ້​ສຸກ​ກ່ອນ​ນຳ​ມາ​ປິ້ງ​ຈີ່ ເຊັ່ນ ຕົ້ມ ລວກ ຫຼື ນຳ­ໄປ​ເຮັດ​ໃຫ້​ສຸກ​ດ້ວຍ​ໄມ​ໂຄຣ​ເວ​ຟ ເພື່ອ​ຫຼຸດ​ການ​ເກີດ​ສານ​ພີ​ເອ​ເອ​ຊ​ຂະ­ນະ​ປິ້ງ​ຈີ່.

3. ຢູ່​ໃຫ້​ຫ່າງ​ຈາກ​ເຕົາ​ປິ້ງ​ຈີ່​ໃຫ້​ໄດ້​ຫຼາຍ​ທີ່​ສຸດ.

4. ໃຊ້​ເຕົາ­ໄຟ​ຟ້າ​ໄຮ້​ຄວັນ ທີ່​ສາ­ມາດ​ຄວບ​ຄຸມ​ລະດັບ​ຄວາມ​ຮ້ອນ​ໄດ້​ຢ່າງ​ແມ່ນ​ຢຳ ຫຼຸດ​ສ່ຽງ​ອັນ​ຕະລາຍ​ໄດ້​ຫຼາຍ​ກວ່າ​ເຕົາ​ຖ່ານ.

5. ຫາກ​ຕ້ອງ​ປິ້ງ​ຈີ່​ເທິງ​ເຕົາ​ຖ່ານ ຄວນ​ເລືອກ​ຖ່ານກ້ອນ ຫຼາຍ​ກວ່າ​ຖ່ານ​ປົ່ນ​ລະ­ອຽດ ຫຼື ອາດ​ເລືອກເປັນ​ຟືນ​ຈາກ​ໄມ້​ເນື້ອ​ແຂງ ເພື່ອ​ໃຫ້​ຂະ​ບວນ​ການເຜົາ​ໄໝ້​ເກີດ​ຂຶ້ນ​ຢ່າງ​ຊ້າໆ.

6. ນຳ​ຊີ້ນ​ສັດ ຫຼື ອາ­ຫານ​ຕ່າງໆ ຫໍ່​ໃບ­ຕອງກ່ອນ​ປິ້ງ​ຈີ່ ຈະ​ຊ່ວຍ​ຫຼຸດ​ປະ­ລິ­ມານ​ໄຂ­ມັນ​ທີ່​ຈະ​ໄຫຼຢອດ​ລົງ​ໄປ​ເທິງ​ຖ່ານ ຫຼຸດ​ສານ​ກໍ່​ມະ​ເຮັງ​ທີ່​ເກີດ​ຂຶ້ນ ລະ­ຫວ່າງ​ຂະ​ບວນ​ການ​ປິ້ງ​ຈີ່​ໄດ້.

7. ເມື່ອ​ຈະ​ຮັບ​ປະ­ທານ​ອາ­ຫານ​ປິ້ງ​ຈີ່ ຄວນ​ຕັດສ່ວນ​ທີ່​ໄໝ້​ດຳ​ອອກ​ໄປ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ກ່ອນ​ຮັບ​ປະ­ທານ.

8. ຫຼັງ​ປຸງ​ອາ­ຫານ​ປິ້ງ​ຈີ່ ຄວນ​ປ່ຽນ​ເສື້ອ​ຜ້າ​ທີ່​ປົນເປື້ອນ​ຄວັນ ແລະ ອາບ­ນ້ຳ​ທັນ­ທີ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!