ທ່ານ ຄຳຕັນ ພວງສະຫວັດ ນາຍບ້ານຊຽງທອງຄີລີ ເມືອງ ແລະ ນະຄອນຫຼວງພະບາງ ໃຫ້ສຳພາດວ່າ: ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ວັດຊຽງທອງໄດ້ປິດບໍ່ໃຫ້ນັກທ່ອງທ່ຽວເຂົ້າຊົມ ແລະ ກາບໄຫວ້ສັກກາລະບູຊາ ເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ ພາຍຫຼັງລັດຖະບານມີມາດຕະການຜ່ອນຜັນໃນການປ້ອງກັນ ທາງວັດໄດ້ກັບມາເປີດໃຫ້ເຂົ້າຊົມ ແລະ ກາບໄຫວ້ສັກກາລະບູຊາ ໂດຍບໍ່ເສຍຄ່າ ໂດຍອາໄສການຂາຍເຄື່ອງບູຊາ ເຊົ່າສິ້ນ ຂາຍເຄື່ອງທີ່ລະນຶກຕ່າງໆ ເພື່ອເຮັດໃຫ້ວັດມີລາຍຮັບໃຊ້ຈ່າຍໃນການບໍລິຫານ.

ນັບແຕ່ເປີດໃຫ້ນັກທອງທ່ຽວພາຍໃນເຂົ້າຊົມມາ ປັດຈຸບັນ ເຫັນວ່າມີນັກທ່ອງທ່ຽວເຂົ້າມາທ່ຽວຊົມວັດຊຽງທອງມີຈຳນວນໜ້ອຍ ບັນຍາກາດກໍບໍ່ຄຶກຄື້ນຄືເມື່ອກ່ອນ ໂອກາດນີ້ ຈິ່ງຂໍເຊີນຊວນນັກທ່ອງທ່ຽວພາຍໃນປະເທດ ທີ່ເດີນທາງເຂົ້າມາທ່ອງທ່ຽວພາຍໃນແຂວງຫຼວງພະບາງ ເຂົ້າມາທ່ຽວຊົມວັດຊຽງທອງໃຫ້ຫຼາຍຂຶ້ນ.

# ພາບ & ຂ່າວ: ອົ່ນ ໄຟສົມທອງ