
ສະຫະພັນບານເຕະອາຊຽນ (AFF) ປະກາດຜ່ານເວບໄຊ້ທາງການ (www.aseanfootball.org) ເລື່ອນການແຂ່ງຂັນບານເຕະ 4 ລາຍການ ທີ່ຈະຈັດຂຶ້ນໃນລະຫວ່າງເດືອນພຶດສະພາ ຫາ ເດືອນສິງຫາ 2020 ອອກໄປກ່ອນ ເນື່ອງຈາກເຊື້ອພະຍາດໂຄວິດ–19 ກຳລັງລະບາດຢ່າງໜ້າເປັນຫ່ວງໃນບັນດາປະເທດໃນອາຊຽນ ແລະ ທົ່ວໂລກ.
ສຳລັບ 4 ລາຍການດັ່ງກ່າວ ປະກອບມີ: ການແຂ່ງຂັນບານເຕະຍິງແຊັມອາຊຽນຊຸດໃຫຍ່ ທີ່ຈະຈັດຂຶ້ນໃນເດືອນພຶດສະພາ ຢູ່ປະເທດຟີລິບປິນ ການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 18 ປີ ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ ແລະ ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ຈະມີຂຶ້ນໃນເດືອນມິຖຸນາ ເດືອນກໍລະກົດ ແລະ ເດືອນສິງຫາ ທັງ 3 ລາຍການແມ່ນຈະແຂ່ງຂັນຢູ່ປະເທດອິນໂດເນເຊຍ ເຊິ່ງຈະລະບຸວັນເວລາແຂ່ງຂັນໃໝ່ອີກຄັ້ງ ຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ສາມາດຄວບຄຸມໄດ້.
ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທາງສະຫະພັນບານເຕະອາຊຽນ ຈະພະຍາຍາມຈັດການແຂ່ງຂັນພາຍໃນເດືອນກັນຍາ ກ່ອນການແຂ່ງຂັນບານເຕະຊາຍຊີງແຊັມລະດັບທະວີບອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບສຸດທ້າຍ ທີ່ປະເທດອຸສເບກິດສະຖານ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2020 ສ່ວນການແຂ່ງຂັນຊີງແຊັມສະໂມສອນອາຊຽນ 2020 ແມ່ນໄດ້ເລື່ອນການແຂ່ງຂັນໄປຈັດໃນປີ 2021 ແທນ ໂດຍຈະມີການແຈ້ງຕາຕະລາງການແຂ່ງຂັນໃໝ່ພາຍຫຼັງ.
ຂະນະທີ່ ການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ແມ່ນແຂ່ງຂັນຕາມກຳນົດເດີມ ໃນເດືອນກັນຍາ ທີ່ປະເທດອິນໂດເນເຊຍ ແລະ ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນຊຸດໃຫຍ່ ຫຼື ເອເອັຟເອັຟ ຊູຊູກິ ຄັບ 2020 ແມ່ນຍັງແຂ່ງຂັນຕາມກຳນົດເດີມໃນເດືອນພະຈິກ 2020 ທັງນີ້ ຈະມີການຕິດຕາມສະຖານະການລະບາດເຊື້ອພະຍາດໂຄວິດ–19 ເປັນແຕ່ລະໄລຍະ ແລະ ອາດຈະມີການປ່ຽນແປງຫາກໂຄວິດ-19 ຍັງແກ່ຍາວ.