ເຊີນທ່ຽວງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 19 ປີ 2020

ງານ​ມະ​ຫະ​ກຳ ສີ­ມື​ຫັດ­ຖະ­ກຳ​ລາວ ຄັ້ງ​ທີ 19 ປະ­ຈຳ​ປີ 2020 ພາຍ​ໃຕ້​ຄຳ​ຂວັນ “ສີ­ໄມ້­ລາຍ­ມື ຄື​ອຸ­ທິ­ຍານ​ແຫ່ງ​ການ­ທ່ອງ­ທ່ຽວ​ຕາມ​ຮອຍ​ປູ່​ຍ່າ​ຕາ​ຍາຍ” ໄດ້​ເປີດ​ຢ່າງ​ເປັນ​ທາງ​ການ​ວັນ​ທີ 12 ຕຸ­ລາ ແລະ ຈະ​ດຳ­ເນີນ​ໄປ​ຮອດ​ວັນ​ທີ 18 ຕຸ­ລາ 2020 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫຼວງ​ວຽງ​ຈັນ.

ງານ​ຄັ້ງ​ນີ້ ມີ​ສິນ­ຄ້າ​ຫັດ­ຖະ­ກຳ​ໃຫ້​ຢ້ຽມ​ຊົມ ແລະ ຈຳ­ໜ່າຍ​ຫຼາຍ​ກວ່າ 200 ຮ້ານ​ຈາກ​ທົ່ວ​ປະ­ເທດ​ເປັນ­ຕົ້ນ ເຄື່ອງ​ຫັດ­ຖະ­ກຳ​ຜ້າ­ໄໝ ຜ້າ​ຝ້າຍ​ພື້ນ­ເມືອງ ເຄື່ອງ​ເງິນ ວັດ­ຖຸ​ມີ­ຄ່າ ເຄື່ອງ​ທອງ­ເຫຼືອງ ເຄື່ອງ​ປັ້ນ­ດິນ­ເຜົາ ເຄື່ອງ​ຈັກ­ສານ​ຈາກ​ໄມ້­ປ່ອງ ຫວາຍ ແລະ ເຄື່ອງ​ຊົນ­ເຜົ່າ ພ້ອມ​ນັ້ນ ຍັງ​ມີ​ການ​ສາ­ທິດ​ການ​ຜະ­ລິດ​ສິນ­ຄ້າ​ຫັດ­ຖະ­ກຳ​ລາວ ແລະ ເຝິກ­ອົບ­ຮົມ​ການ​ແຂ່ງ­ຂັນ​ຕົບ­ແຕ່ງ​ຮ້ານ ການ​ແຂ່ງ­ຂັນ​ອອກ​ແບບ​ຜະ­ລິດ​ຕະ​ພັນ​ໃໝ່ ເພື່ອ​ຕໍ່​ຍອດ​ສີ​ມີ​ປູ່​ຍ່າ​ຕາ​ຍາຍ ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ລາວ​ທ່ຽວ​ລາວ ກິດ­ຈະ­ກຳ​ອາ­ພອນ​ເພດ​ອັນ​ສວຍ​ງາມ ແລະ ການ­ສະ­ແດງ​ວັນ­ນະ­ຄະ­ດີ​ຫຼາຍ​ປະ­ເພດ ນອກ​ນີ້ ຍັງ​ມີ​ການ​ເສວະ­ນາ​ຫຼາຍ​ຫົວ­ຂໍ້​ເຊັ່ນ: ການ​ນຸ່ງ​ຖື​ແບບ​ລາວ ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ຊາວ​ຊ່າງ​ຫັດ­ຖະ­ກຳ ການ​ເຂົ້າ​ຫາ​ແຫຼ່ງ​ທຶນ SME ການ​ປົກ​ປ້ອງ​ການ​ອອກ​ແບບ​ລາຍ​ດັ່ງ​ເດີມ​ຈາກ​ການ​ລະ­ເມີດ​ລິ​ຂະ​ສິດ​ຢູ່​ລາວ ການ​ສ້າງ​ຄວາມ​ອາດ​ສາ­ມາດ​ໃນ​ຂົງ­ເຂດ​ການ​ຕະ­ຫຼາດ​ທາງ​ອອນ​ລາຍ ໃຫ້​ແກ່​ຜູ້​ປະ­ກອບ​ການ SME ການ​ຫັນ​ວິ​ກິດ​ໃຫ້​ເປັນ​ໂອ­ກາດ​ແກ່​ສິນ­ຄ້າ​ຫັດ­ຖະ­ກຳ​ລາວ ແລະ ການ​ຕະ­ຫຼາດ ມາດ­ຕະ­ຖານ​ຜະ­ລິດ​ຕະ​ພັນ-ການ​ຫຸ້ມ​ຫໍ່ ແລະ ການ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ແກ່​ຊາວ​ໜຸ່ມ ຫັນ​ມາ​ເຫັນ​ຄວາມ​ສຳ­ຄັນ​ໃນ​ການ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ລາວ.

# ພາບ & ຂ່າວ: ຂັນ​ທະ­ວີ

error: Content is protected !!