ດິບຫວູ ມອບຜ້າປິດປາກປ້ອງກັນ COVID-19 ໃຫ້ພະແນກການຄ້າ ນວ

    ໂດຍເຫັນໄດ້ຄວາມສໍາຄັນໃນການປະຕິບັດໜ້າທີ່ຂອງພະນັກງານ ໃນການລົງປະຕິບັດໜ້າທີ່ຕິດຕາມກວດກາການຄວບຄຸມສິນຄ້າບໍ່ໃຫ້ມີການເໜັງຕີງ ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈຂອງຊາວຄ້າຂາຍໃນໄລຍະພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທີ່ກໍາລັງລະບາດຢູ່ຫຼາຍປະເທດທົ່ວໂລກ ກໍຄື ສປປ ລາວ ເຊິ່ງການປະຕິບັດໜ້າທີ່ຂອງພະນັກງານ ຕ້ອງມີການປ້ອງກັນຕົນເອງ ເພື່ອຄວາມປອດໄພຈາກພະຍາດ COVID-19 ບໍລິສັດດິບຫວູຈໍາກັດ ຈຶ່ງໄດ້ນໍາເອົານໍ້າດື່ມ ແລະ ຜ້າປິດປາກ-ດັງ 5.000 ອັນ ມູນຄ່າ 25 ລ້ານກີບ ມາມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ).

   ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນວັນທີ 27 ມີນາ 2020 ຢູ່ພະແນກດັ່ງກ່າວ ເຊິ່ງມອບໂດຍທ່ານ ໂຈຫານ ວອບ ຮອງຜູ້ອຳນວຍການ ຫົວໜ້າການເງິນບໍລິສັດດິບຫວູຈຳກັດ ແລະ ຮັບໂດຍທ່ານ ໂສວັນ ສຸພາບນະວົງສີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ໂຈຫານ ວອບ ກ່າວວ່າ: ບໍລິສັດດິບຫວູຈໍາກັດ ເປັນບໍລິສັດດໍາເນີນທຸລະກິດຜະລິດເຄື່ອງນຸ່ງຫົ່ມສົ່ງອອກຕ່າງປະເທດ ມີສະຖານທີ່ຕັ້ງຢູ່ບ້ານຊຳເກດ ເມືອງສີໂຄດຕະບອງ ນວ ເມື່ອປະເທດຊາດ ປະ ສົບບັນຫາ COVID-19 ບໍລິສັດພວກເຮົາກໍໄດ້ມີສ່ວນຮ່ວມຕາມຄວາມສາມາດ ເພື່ອພ້ອມກັນສະກັດກັ້ນ ຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວ.

    ໂອກາດນີ້ ທ່ານ ໂສວັນ ສຸພາບນະວົງສີ ກໍໄດ້ສະແດງຄວາມຂອບໃຈມາຍັງບໍລິສັດດິບຫວູຈໍາກັດ ທີ່ໄດ້ໃຫ້ການອຸປະຖຳຜ້າອັດປາກ-ດັງ ແລະ ນໍ້າດື່ມມາມອບໃຫ້ຄັ້ງນີ້ ພ້ອມທັງອວຍພອນໃຫ້ບໍລິສັດດັ່ງກ່າວ ດຳເນີນທຸລະກິດປະສົບຜົນສຳເລັດ ແລະ ສືບຕໍ່ຊ່ວຍເຫຼືອສັງຄົມລາວຕໍ່ໄປ.

ພາບ-ຂ່າວ: ສົມສະຫວັນ

error: Content is protected !!