ທ່ອງທ່ຽວ ຢ້ຽມຢາມຫຼວງພະບາງ ຢ່າລືມສຳຜັດກັບຫັດຖະກຳເຄື່ອງປັ້ນດິນເຜົາແບບບູຮານ

    ເມື່ອເຮົາເວົ້າເຖິງບ້ານຈ່ານ  ເມືອງຈອມເພັດ ແຂວງຫຼວງພະບາງ ທຸກຄົນຈະຕ້ອງຄິດເຖິງຜະລິດຕະພັນເຄື່ອງປັ້ນດິນເຜົາ ເນື່ອງຈາກບ້ານຈ່ານມີຊື່ສຽງທາງດ້ານການຜະລິດເຄື່ອງປັ້ນດິນເຜົາແບບບູຮານ ແລະ ມີຊື່ສຽງເປັນທີ່ຮູ້ຈັກຂອງຊາວຫຼວງພະບາງ ລວມໄປເຖິງນັກທ່ອງທ່ຽວຊາວຕ່າງປະເທດທີ່ເຂົ້າມາທ່ຽວຊົມແຂວງຫຼວງພະບາງແຫ່ງນີ້.

    ບ້ານຈ່ານເໜືອ ເປັນໝູ່ບ້ານຫັດຖະກຳເຄື່ອງປັ້ນດິນເຜົາມີຊື່ສຽງທີ່ສຸດໃນຫຼວງພະບາງ ແລະ ພາກເໜືອຂອງລາວ ນັກທ່ອງທ່ຽວສາມາດຊົມຂັ້ນຕອນວິທີການຜະລິດເຄື່ອງປັ້ນດິນເຜົາແບບບູຮານໂດຍໃຊ້ແຮງງານຄົນທັງໝົດ ລວມເຖິງເບິ່ງເຕົາດິນເຜົາແບບດັ່ງເດີມ ຜະລິດຕະພັນຈາກເຄື່ອງປັ້ນດິນເຜົາມີຫຼາຍປະເພດ ເປັນທັງເຄື່ອງໃຊ້ສອຍພາຍໃນຄອບຄົວ ເຄື່ອງຕົບແຕ່ງພາຍໃນເຮືອນ ໂຮງແຮມ ຂອງທີ່ລະນຶກຕ່າງໆທີ່ສ້າງສັນອອກມາເປັນຜົນງານທີ່ເຕັມໄປດ້ວຍປະໂຫຍດໃນການໃຊ້ສອຍ ແລະ ເຄື່ອງຕົບແຕ່ງທີ່ສວຍງາມ ເປັນຕົ້ນແມ່ນໂຄມໄຟດິນເຜົາປະດັບຖະໜົນຫົນທາງໃນເມືອງຫຼວງພະບາງທັງໝົດ ລ້ວນແລ້ວແຕ່ຜະລິດມາຈາກບ້ານຈ່ານເໜືອແຫ່ງນີ້.

    ປະຊາຊົນພາຍໃນບ້ານ ສ່ວນຫຼາຍຖືອາຊີບປັ້ນດິນເຜົາ ຜະລິດຕະພັນຈາກບ້ານຈ່ານເໜືອ ຈະນຳສົ່ງເຂົ້າຕະຫຼາດໃນເມືອງ ຕ່າງແຂວງ ແລະ ພາຍໃນບ້ານຈ່ານຍັງມີຮ້ານຄ້າເພື່ອຂາຍໃຫ້ນັກທ່ອງທ່ຽວ ຜະລິດຕະພັນຈາກເຄື່ອງປັ້ນດິນເຜົາມີຫຼາກຫຼາຍຊະນິດ ຫຼາຍຂະໜາດ ຫຼາຍລາຄາ ທີ່ນັກທ່ອງທ່ຽວສາມາດເລືອກຊື້ກັບໄປເປັນຂອງຝາກຂອງຕ້ອນໄດ້ ເພາະສິນຄ້າແຕ່ລະຊະນິດລ້ວນແຕ່ມີຄຸນນະພາບກັນທັງນັ້ນ.

error: Content is protected !!