ການສຳມະນາກ່ຽວກັບການພັດທະນາລະບົບກວດກາສິນຄ້າຖິ່ນກຳເນີດຂອງ ສປປ ລາວ ຈັດຂຶ້ນວັນທີ 12-13 ຕຸລາ 2020 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນປະທານຂອງທ່ານ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີຫົວໜ້າກົມ ຮອງກົມ ພະແນກການອ້ອມຂ້າງພາຍໃນກະຊວງ ຕ່າງແຂວງ ແລະ ຜູ້ປະກອບການເຂົ້າຮ່ວມ.


ການສຳມະນາຄັ້ງນີ້ ໄດ້ນຳສະເໜີໂດຍຫຍໍ້ ກ່ຽວກັບໂຄງການວຽກງານຖິ່ນກຳເນີດ ແລະ ຄວາມສຳຄັນຂອງວຽກງານກວດກາ ຕໍ່ລະບົບປົກປ້ອງຖິ່ນກຳເນີດ ລະບົບກະສິກຳທີ່ດີ ທີ່ຈັດຕັ້ງໂດຍກົມປູກຝັງ ພະແນກມາດຕະຖານ ລະບົບກວດກາສິນຄ້າຖິ່ນກຳເນີດ (ກວດກາພາຍນອກ ແລະ ພາຍໃນ) ການສ້າງລະບົບກວດກາສິນຄ້າຖິ່ນກຳເນີດຂອງສະຫະພາບເອີຣົບ ລະບົບກວດກາສິນຄ້າຖິ່ນກຳເນີດຂອງ ສປປ ລາວ ແລະ ນຳສະເໜີກໍລະນີສຶກສາ ການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການຢັ້ງຢືນຖິ່ນກຳເນີດໃນ ສປປ ລາວ.

# ພາບ & ຂ່າວ: ຂັນທະວີ