ພະແນກ ຍທຂ ສ້າງຂະບວນການອອກແຮງງານລວມຕ້ອນຮັບກອງປະຊຸມໃຫຍ່

     ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ສ້າງຂະບວນການອອກແຮງງານລວມເພື່ອເປັນການສ້າງຂະບວນການຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ແລະ ຄຽງຄູ່ກັບຂະບວນການວຽງຈັນສະອາດ ຂຶ້ນວັນທີ 10 ຕຸລາ 2020 ໂດຍມີທ່ານ ໄຊຍາ ໄຊມຸງຄຸນ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ພະແນກ ຍທຂ ນວ ພ້ອມດ້ວຍບັນດາຂະແໜງການ ໂຄງການ ໜ່ວຍງານທີ່ຂຶ້ນກັບພະແນກ ຍທຂ ນວ ແລະ ພະນັກງານພາຍໃນພະແນກ ຍທຂ ເຂົ້າຮ່ວມ.

    ທ່ານ ໄຊຍາ ໄຊມຸງຄຸນ ໄດ້ແຈ້ງໃຫ້ຊາບວ່າ: ເພື່ອເປັນການສ້າງຂະບວນການຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ແລະ ຄຽງຄູ່ກັບຂະບວນການວຽງຈັນສະອາດ ແລະ ວັນສຳຄັນຕ່າງໆຂອງຊາດທີ່ຈະມີຂຶ້ນໃນຕໍ່ໜ້າ ພະແນກ ຍທຂ ພວກເຮົາໄດ້ດົມພະນັກງານ-ລັດຖະກອນ ພາຍໃນຫ້ອງການຂອງພວກເຮົາ ຮ່ວມຂະບວນການອອກແຮງງານລວມ ເຊິ່ງກິດຈະກຳໃນວັນນີ້ ມີການຖົມຂຸມ ຕາບທາງຢູ່ຕາມເສັ້ນທາງ  ເຮັດອະນາໄມປັດກວາດ ຕາມແຄມທາງ ເລີ່ມແຕ່ 4 ແຍກສະພານທອງໃຕ້ ເມືອງສີສັດ ຕະນາກ ຫາສວນ 23 ສິງຫາ.

    ກິດຈະກໍາດັ່ງກ່າວຍັງ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຜັດປ່ຽນໄປໃນແຕ່ລະເຂດທົ່ວ ນວ ເພື່ອສ້າງຄວາມເປັນ ລະບຽບຮຽບຮ້ອຍ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ນຳໃຊ້ລົດຕາມທ້ອງຖະໜົນ ແນໃສ່ປະກອບສ່ວນຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ.

                # ຂ່າວ & ພາບ: ບຸນມີ

error: Content is protected !!