ດີຈີບີ ລາວ ໃຫ້ການສະໜັບສະໜູນປະຖົມສົມບູນໂພນສີນວນ

    ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈໍາກັດ ຮ່ວມມືກັບກຸ່ມສະຖາບັນການເງິນ ດີຈີບີ ສ ເກົາຫຼີ ແລະ ສະຖານ ທູດ ສ ເກົາຫຼີ ປະຈໍາລາວ ຈັດພິທີມອບ-ຮັບເດີ່ນໂຮງຮຽນ ແລະ ໂຄງການຊ່ວຍເຫຼືອສັງຄົມ “ເຕີມຄວາມຝັນ ແບ່ງປັນນໍ້າໃຈໃຫ້ນ້ອງ” ຢູ່ໂຮງຮຽນປະຖົມສົມບູນໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 10 ຕຸລາ 2020 ມີທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ທ່ານນາງ ອີເຮຣີ  (Lee Hyeri) ເລຂາສອງ ທູດ ສ ເກົາຫຼີ ປະຈຳລາວ ທ່ານ ກີມຈອງຮັນ Kim Jeong Hyum ປະທານບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. 

    ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈໍາກັດ ຮ່ວມກັບບໍລິສັດ ດີຈີບີ ແຄັບປີໂຕ ແລະ ບໍລິສັດຕ່າງໆໃນເຄືອຂອງກຸ່ມສະຖາບັນການເງິນດີຈີບີ ໄດ້ຈັດຕັ້ງ ແລະ ໃຫ້ການຊ່ວຍເຫຼືອແກ່ໂຮງຮຽນປະຖົມສົມບູນໂພນສີນວນມາແຕ່ 2016 ເປັນຕົ້ນມາ ໄດ້ສ້າງຫ້ອງຄອມພິວເຕີ ແລະ ບໍລິຈາກຊຸດຄອມພິວເຕີ ລວມທັງອຸປະກອນການສຶກສາ ແລະ ກີລາ ສ້າງຫ້ອງສະໝຸດ ບໍລິຈາກປື້ມອ່ານ 100 ຫົວ ແລະ ຊຸດໂຕະຕັ່ງນັກຮຽນ 50 ຊຸດ ພ້ອມທັງປັບປຸງ ສະພາບແວດລ້ອມຂອງໂຮງຮຽນ ແລະ ໃນປີ 2019 ໄດ້ສ້າງເດີ່ນກີລາ ແລະ ຕາໜ່າງອ້ອມເດີ່ນ ເພື່ອໃຫ້ນັກຮຽນສາມາດເຮັດກິດຈະກໍາຕ່າງໆໄດ້ ສ່ວນກິດຈະກໍາໃນປີນີ້ ມີການທາສີໂຮງອາຫານ ແລະ ສິ່ງກໍ່ສ້າງຕ່າງໆ ມອບ ແລະ ຕິດຕັ້ງພັດລົມ ສ້ອມແປງເດີ່ນກີລາ ອະນາໄມໂຮງຮຽນ ມອບເຄື່ອງຊ່ວຍເຫຼືອອຸປະກອນການສຶກສາ ແລະ ກີລາ ໃຫ້ແກ່ໂຮງຮຽນ ແລະ ນັກຮຽນ ພ້ອມທັງຫຼີ້ນເກມ ແລະ ກິດຈະກໍາຕ່າງໆຮ່ວມກັບນັກຮຽນ.

# ຂ່າວ & ພາບ: ບຸນມີ

​               

error: Content is protected !!