ລົງມືກໍ່ສ້າງໂຄງການສ້າງສວນວິທະຍາສາດ ແລະ ພຶກສາສາດ

    ພິທີວາງສີລາລຶກ ໂຄງການສ້າງສວນວິທະຍາສາດ ແລະ ພຶກສາສາດ ລະຫວ່າງຫ້ອງການສະພາວິທະຍາສາດແຫ່ງຊາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ການຮ່ວມມືລະຫວ່າງບໍລິສັດແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ທີ່ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດຂຶ້ນວັນທີ 9 ຕຸລາ 2020 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ. 

    ໂຄງການສ້າງສວນວິທະຍາສາດ ແລະ ພຶກສາສາດ ມີຈຸດປະສົງເພື່ອສ້າງພື້ນຖານໂຄງລ່າງດ້ານການຄົ້ນຄວ້າສຶກສາຮຽນຮູ້ວິທະຍາສາດ ເຕັກໂນໂລຊີ ພັດທະນາຊັບພະຍາກອນມະນຸດ ໂຄສະນາເຜີຍແຜ່ ສ້າງຈິດສໍານຶກ ແລະ ຖ່າຍທອດເຕັກໂນໂລຊີ ນະວັດຕະກຳໃຫ້ແກ່ສັງຄົມ ນັກຮຽນຮູ້ ນັກສຶກສາ ຜູ້ປະກອບການ ແລະ ອື່ນໆ ນອກນີ້ ຍັງເປັນການຊຸກຍູ້ສົ່ງເສີມການຜະລິດຂະໜາດກາງ ແລະ ຂະໜາດນ້ອຍໃຫ້ນັບມື້ກວ້າງຂວາງ ໂດຍພາຍໃນສວນຈະປະກອບມີສູນສຶກສາຂະໜາດໃຫຍ່ດ້ານດາລາສາດ (ຫໍຊົມດາວ ທ້ອງຟ້າຈໍາລອງ) ສວນພຶກສາ ແລະ ສູນສຶກສາດ້ານພຶກສາ ສາດ (ຕົ້ນໄມ້ ພັນພືດ ພືດເປັນຢາ ທີ່ປະກອບພັນພືດໃນ ສປປລາວ ຈາກພາກພື້ນ ແລະ ສາກົນ) ສູນສຶກສາຮຽນຮູ້ ຖ່າຍທອດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ແຫຼ່ງທ່ອງທ່ຽວທໍາມະຊາດ ວັດທະນະທໍາ ແລະ ກິດຈະກຳອື່ນໆທີ່ເປັນຜົນປະໂຫຍດທາງດ້ານການສຶກສາ-ຮຽນຮູ້ດ້ານວິທະຍາສາດ ມີເນື້ອທີ່ທັງໝົດ 30 ເຮັກຕາ ໄລຍະການຮ່ວມມື 25 ປີ ແລະ ຕໍ່ໄດ້ແບບອັດຕະໂນມັດ ຕາມການເຫັນດີຂອງສອງຝ່າຍ. 

    ປັດຈຸບັນສວນວິທະຍາສາດ ແລະ ພຶກສາສາດ ໄດ້ເລີ່ມພັດທະນາມາແລ້ວ 6 ເດືອນ ໂດຍໄດ້ສ້າງພື້ນຖານໂຄງລ່າງຖະໜົນຫົນທາງ ແລະ ສ້າງສິ່ງອໍານວຍຄວາມສະດວກໄດ້ສ່ວນໃດສ່ວນໜຶ່ງສໍາເລັດປະມານ 30% ນອກນີ້ ຍັງຈະໄດ້ດໍາເນີນການກໍ່ສ້າງສູນ ຫໍຊົມດາວ ທ້ອງຟ້າຈໍາລອງເປັນໄລຍະທີ 1 ຄາດວ່າຈະໃຫ້ສໍາເລັດພ້ອມເປີດນໍາໃຊ້ທົດລອງໃນເດືອນເມສາ 2021 ໄລຍະທີ 2 ສືບຕໍ່ກໍ່ສ້າງຫ້ອງປະຊຸມ ທີ່ພັກສໍາລັບສໍາມະນາກອນທີ່ເຂົ້າມາປະຊຸມ ແລະ ໄລຍະທີ 3 ຈະປູກຕົ້ນໄມ້ປະດັບປະດາພັດທະນາສວນໄປເລື້ອຍໆ ເຊິ່ງມີໄລຍະການພັດທະນາ 3 ປີໃຫ້ສໍາເລັດ 100% ສໍາລັບເນື້ອທີ່ສວນທັງໝົດແມ່ນ 30 ເຮັກຕາ ໄລຍະການຮ່ວມມື 25 ປີ ແລະ ຕໍ່ໄດ້ແບບອັດຕະໂນມັດ ຕາມການເຫັນດີຂອງສອງຝ່າຍ.

ລົງມືກໍ່ສ້າງໂຄງການສ້າງສວນວິທະຍາສາດ ແລະ ພຶກສາສາດ
ລົງມືກໍ່ສ້າງໂຄງການສ້າງສວນວິທະຍາສາດ ແລະ ພຶກສາສາດ

                # ຂ່າວ & ພາບ: ຂັນທະວີ

error: Content is protected !!