ສະມາຄົມການສຶກສາພາກເອກະຊົນ ສະຫຼອງວັນຄູ ຄົບຮອບ 26 ປີ

    ສະມາຄົມການສຶກສາພາກເອກະຊົນ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ ຂຶ້ນໃນວັນທີ 9 ຕຸລາ 2020 ຢູ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນ ມີບັນດາທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ມີຄະນະບໍລິຫານງານສະມາຄົມການສຶກສາພາກເອກະຊົນ ຜູ້ອໍານວຍການວິທະຍາໄລ ໂຮງຮຽນ ຄູ-ອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ທ່ານ ຄໍາແສນ ສີສະວົງ ກ່າວວ່າ: ສະມາຄົມການສຶກສາພາກເອກະຊົນລາວ ເປັນອົງການຈັດຕັ້ງທາງສັງຄົມໜຶ່ງ ທີ່ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງກະຊວງສຶກສາທິການ ແລະ ກີລາ ມີພາລະບົດບາດເຕົ້າໂຮມເອົາບັນດາໂຮງຮຽນພາກເອກະຊົນທົ່ວປະເທດ ມາສາມັກຄີກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນແລະ ກັນ ພ້ອມກັນພັດທະນາຄຸນນະພາບການສຶກສາລາວໃຫ້ໄດ້ມາດຕະຖານແຫ່ງຊາດ ແລະ ກ້າວສູ່ລະດັບສາກົນ ແລະ ພ້ອມກັນປະຕິບັດມະຕິຄຳສັ່ງ ລະບຽບກົດໝາຍຂອງພັກ-ລັດ ວາງອອກຢ່າງເຂັ້ມງວດ. 

    ໂອກາດນີ້ ທ່ານ ຂັນທະລີ ສິລິພົງພັນ ກ່າວວ່າ: ວັນຄູແຫ່ງຊາດທີ 7 ຕຸລາ ເຊິ່ງເປັນວັນປະຫວັດສາດຂອງຊາດລາວເຮົາໄດ້ໝູນວຽນມາບັນຈົບຄົບຮອບ 26 ປີພໍດີ ພັກ-ລັດຖະບານ ເວລາໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ຄູມີບົດບາດສຳຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ສຳລັບການສະເຫຼີມສະຫຼອງວັນຄູແຫ່ງຊາດປີ 2020 ນີ້ ສອດຄ່ອງກັບວັນຄູສາກົນ ວັນທີ 5 ຕຸລາ ເຊິ່ງປີນີ້ ໄດ້ຫົວຂໍ້ວ່າ: ຄູເປັນຜູ້ນຳພາຜ່ານຜ່າວິກິດ ພິຊິດອານາຄົດທີ່ກ້າວໜ້າ ອົງການອຸຍເນັສໂກ (UNESCO) ເວົ້າວ່າ: ວັນຄູສາກົນປີນີ້ ເປັນໂອກາດສະເຫຼີມສະຫຼອງຜົນງານການສິດສອນຂອງຄູໃນທົ່ວໂລກ ເພີ່ມຄວາມເອົາໃຈໃສ່ໃນການຮັບຟັງຄຳຄິດເຫັນຂອງຄູ ເຊິ່ງເປັນໝາກຫົວໃຈແຫ່ງຜົນສຳເລັດຂອງເປົ້າໝາຍການສຶກສາໃນທົ່ວໂລກ ດັ່ງນັ້ນ ຄູທຸກຄົນຕ້ອງພ້ອມກັນເຝິກຝົນຫຼໍ່ຫຼອມທາງດ້ານຈັນຍາບັນ ດ້ານຄວາມຮູ້ ຄວາມສາມາດ ໃຫ້ທັນການປ່ຽນແປງໃນການພັດທະນາການສຶກສາສັງຄົມ ໃນເງື່ອນໄຂໃໝ່.

                # ຂ່າວ & ພາບ: ສີພອນ

error: Content is protected !!