ປູກຕົ້ນໄມ້ເພື່ອມິດຕະພາບ ລາວ-ອິນເດຍ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ

    ສູນກາງແນວລາວສ້າງຊາດ ຮ່ວມກັບສະຖານທູດອິນເດຍ ປະຈຳ ສປປ ລາວ ໄດ້ຈັດພິທີປູກຕົ້ນໄມ້ເພື່ອມິດຕະພາບ ລາວ-ອິນເດຍ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ເພື່ອເປັນອະນຸສອນ-ມິດຕະພາບສຳຄັນຄັ້ງປະຫວັດສາດຂອງສອງປະເທດ ລາວ ແລະ ອິນເດຍ ຂຶ້ນໃນວັນທີ 9 ຕຸລາ 2020 ທີ່ສູນກາງແນວລາວສ້າງຊາດ ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ທ່ານ ດິນກາ ອັດທານາ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ທ່ານ ບຸນຕຽມ ພິດສະໄໝ ປະທານສະມາຄົມມິດຕະພາບ ລາວ-ອິນເດຍ ພ້ອມດ້ວຍບັນດາການນໍາສູນກາງແນວລາວສ້າງຊາດ ແລະ ຄົນອິນເດຍທີ່ອາໄສຢູ່ນະຄອນຫຼວງວຽງຈັນ. 

    ໂອກາດດັ່ງກ່າວ ທ່ານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ການປູກຕົ້ນໄມ້ເພື່ອເປັນອະນຸສອນ-ມິດຕະພາບ ໃນມື້ນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພາະເປັນການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອອັນດີງາມຂອງສອງປະເທດລາວ-ອິນເດຍ ທີ່ມີມູນເຊື້ອຍາວນານ ໃຫ້ມີຄວາມຮັດແໜ້ນຂຶ້ນຕື່ມ ນອກຈາກນີ້ ຍັງເປັນການຕ້ອນຮັບ ແລະ ສະເຫຼີມສະ ຫຼອງວັນສຳຄັນທາງປະຫວັດສາດຂອງສອງຊາດລາວ-ອິນເດຍ ໃນປີ 2020 ໂດຍສະເພາະແມ່ນຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ຊົມເຊີຍວັນປະກາດເອກະລາດຂອງປະເທດອິນເດຍ ຄົບຮອບ 74 ປີ. 

    ການຮ່ວມເຮັດກິດຈະກຳໃນຄັ້ງນີ້ ຈະເປັນການເສີມຂະຫຍາຍສາຍພົວພັນການທູດອັນເປັນມູນເຊື້ອຂອງສອງປະເທດ ກໍຄືການເພີ່ມທະວສາຍພົວພັນການທູດປະຊາຊົນ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນອິນເດຍ ໄດ້ມີຄວາມໃກ້ຊິດຕິດແທດ ສະໜິດສະໜົມ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນກວ່າເກົ່າ.

​    # ຂ່າວ & ພາບ: ວຽງມາ

error: Content is protected !!