ທ່ອງທ່ຽວ ລາວ ສະກາຍເວ ຫຼຸດລາຍການທ່ອງທ່ຽວ

    ທ່ານ ບຸນປອນ ສຸມະນີ ຜູ້ອຳນວຍການບໍລິສັດລັດວິສາຫະກິດທ່ອງທ່ຽວ ລາວ ສະກາຍເວ ໃຫ້ສຳພາດວ່າ: ບໍລິສັດມີສຳນັກງານຕັ້ງຢູ່ຖະໜົນອາຊຽນ ບ້ານວັດໄຕໃຫຍ່ທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບໍລິສັດດຳເນີນທຸລະກິດຫຼາຍກິດຈະການຄື: ບໍລິການທ່ອງທ່ຽວ ນຳທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕົວແທນເຊົ່າເໝົາລຳເຮືອບິນ ແລະ ບິນທ່ຽວຊົມ ບໍລິການຈັບຈອງໂຮງແຮມ ແລະ ຮ້ານອາຫານ ບໍລິການຂາຍປີ້ເຮືອບິນພາຍໃນ ແລະຕ່າງປະເທດ ຕົວແທນຂາຍບໍລິການປະກັນໄພ ບໍລິການລົດໃຫ້ເຊົ່າ ບໍລິການແລ່ນເອກະສານຂໍວິຊາຕ່າງໆ ບໍລິການຂາຍປີ້ລົດເມ ແລະ ລົດໄຟ ບໍລິການພັດສະດຸສິນຄ້າທາງເຮືອບິນ ແລະ ທາງບົກ. 

    ເພື່ອເປັນການສົ່ງເສີມລາວທ່ຽວລາວ ບໍລິສັດໄດ້ມີສ່ວນຮ່ວມຕໍ່ໂຄງການດັ່ງກ່າວ ດ້ວຍກາຍຫຼຸດແພັກເກັດລາຍການທ່ອງທ່ຽວ ແລະ ນອນພັກໂຮງແຮມປະມານ 30-40% ລາຍລະອຽດຂໍ້ມູນ ເຂົ້າໄປເບິ່ງໄດ້ທີ່ເຟສບຸກບໍລິສັດລັດວິສາຫະກິດທ່ອງທ່ຽວ ລາວ ສະກາຍເວ ຫຼື ໂທລະສັບເບີ 02055711678.

ທ່ອງທ່ຽວ ລາວ ສະກາຍເວ ຫຼຸດລາຍການທ່ອງທ່ຽວ

# ຂ່າວ & ພາບ: ສົມສະຫວັນ

ທ່ອງທ່ຽວ ລາວ ສະກາຍເວ ຫຼຸດລາຍການທ່ອງທ່ຽວ

error: Content is protected !!