ໂຄງການຜະລິດກະສິກຳເປັນສິນຄ້າປະຈຳ ນວ ມອບລົດ 10 ຄັນໃຫ້ກຸ່ມຜະລິດແນວພັນເຂົ້າລຸ້ນ 3

    ພິທີມອບ-ຮັບລົດໄຖ 5018 sp ແລະ ລົດກ່ຽວເຂົ້າ Dc 35 ຂອງໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ປະຈຳນະຄອນຫຼວງວຽງຈັນ ໃຫ້ກຸ່ມຜະລິດແນວພັນເຂົ້າລຸ້ນ 3 ຈຳນວນ 10 ກຸ່ມທີ່ຂຶ້ນກັບເມືອງຫາດຊາຍຟອງ ໄຊທານີ ແລະ ປາກງື່ມ ໄດ້ຈັດຂື້ນວັນທີ 9 ຕຸລາ 2020 ທີ່ພະແນກກະສິກຳ-ປ່າໄມ້ນະຄອນຫຼວງວຽງຈັນ ຕາງໜ້າມອບຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງຫົວໜ້າກຸ່ມຜະລິດແນວພັນເຂົ້າລຸ້ນ 3 ມີທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ສອນໄຊ ກົມໄຊຊະນະ ຫົວໜ້າປະສານງານໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ປະຈຳ ນວ ພ້ອມດ້ວຍຫົວໜ້າກຸ່ມ ແລະ ສະມາຊິກກຸ່ມ 10 ກຸ່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບການມອບລົດຈຳນວນ 10 ຄັນ ປະກອບມີ ລົດໄຖ 8 ຄັນ ລົດກ່ຽວເຂົ້າ 2 ຄັນ ມູນຄ່າ 160.000 ໂດລາສະຫະລັດ ປະມານ 1,4 ຕື້ກວ່າກີບໃນຄັ້ງນີ້ ແມ່ນທຶນສົມທົບລະຫວ່າງໂຄງການດັ່ງກ່າວ ໃຫ້ແກ່ກຸ່ມຜະລິດເປົ້າໝາຍນັ້ນກໍຄືກຸ່ມຜະລິດແນວພັນເຂົ້າລຸ້ນ 3 ໃນນັ້ນ ທຶນສົມທົບຂອງໂຄງການ 80% ແລະ ທຶນຂອງຊາວກະສິກອນ 20% ໂດຍໄດ້ມອບໃຫ້ກຸ່ມຜະລິດແນວພັນເຂົ້າລຸ້ນ 3 ຈຳນວນ 10 ກຸ່ມ ປະກອບມີ: ກຸ່ມນາລ້ອງ ຖິ່ນແທ່ນ ແລະ ບ້ານໜອງແກ້ວ ເມືອງຫາດຊາຍຟອງ ກຸ່ມບ້ານ ພູຄຳ ທ່າສະຫວ່າງ ແລະ ຫາດວຽງຄຳ ເມືອງໄຊທານີ ແລະ ກຸ່ມບ້ານທ່າເດື່ອສິງຫອມ ບ້ານພ້າວ ບ້ານໝາກນາວໃຕ້ ແລະ ບ້ານນາກຸງ ເມືອງປາກງື່ມ ການມອບຮັບລົດໃນຄັ້ງນີ້ ເພື່ອແນໃສ່ໃຫ້ຊາວກະສິກອນໄດ້ນຳໃຊ້ລົດເຂົ້າໃນການຜະລິດແນວພັນເຂົ້າ ແລະ ບໍລິການພາຍໃນບ້ານ.

                # ຂ່າວ & ພາບ: ເພັດສະໝອນ

error: Content is protected !!