
ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ແຈ້ງໃຫ້ຊາບ ວັນທີ 25 ມີນາ 2020 ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ມີການປະກາດແຈ້ງໂຈະຈັດການແຂ່ງຂັນ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນເບື້ອງຕົ້ນຈະຈັດລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ເລື່ອນອອກໄປແບບບໍ່ມີກຳນົດ ຍ້ອນຫຼີກລ່ຽງບັນຫາ ເຊື້ອພະຍາດຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ກຳລັງແຜ່ລະບາດຢ່າງໜັກໃນທົ່ວໂລກ ແລະ ເພື່ອເປັນການປະຕິບັດຕາມຄຳສັ່ງແຈ້ງການຈາກລັດຖະບານ ທາງຄະນະນຳຂັ້ນເທິງແຂວງຊຽງຂວາງ ຈຶ່ງໄດ້ມີແຈ້ງການເຖິງບັນດາເມືອງ ແລະ ພໍ່ແມ່ປະຊາຊົນຊາວເມືອງວິລະຊົນຊຽງຂວາງ ທຸກທົ່ວໜ້າ ຮັບຊາບ ກ່ຽວກັບການໂຈະທຸກກິດຈະກຳຕ່າງໆ ເປັນຕົ້ນແມ່ນຮ້ານອາຫານ ສະຖານບັນເທີງຕ່າງໆ ບັນດາງານບຸນປະເພນີ ແລະ ການໂຮມຊຸມນຸມທີ່ມີຄົນຫຼາຍແອອັດ ແມ່ນບໍ່ອະນຸຍາດໃຫ້ດຳເນີນການໄດ້.
ແຕ່ແນວໃດກໍດີ ກໍຍັງມີບາງກິດຈະກຳ ທີ່ອະນຸຍາດໃຫ້ມີການເຄື່ອນໄຫວປົກກະຕິ ເປັນຕົ້ນແມ່ນການຫຼິ້ນກີລາ ທາງແຂວງໄດ້ທຸ້ມເທທຶນມະຫາສານສ້າງ 26 ສະໜາມກີລາ ເພື່ອກຽມຮອງຮັບ ຊຽງຂວາງ ເກມ ດັ່ງນັ້ນ ເພື່ອເຮັດໃຫ້ສະໜາມດັ່ງກ່າວ ມີການເຄື່ອນໄຫວ ແລະ ມີຄວາມພ້ອມກ່ອນຮັບໃຊ້ ຊຽງຂວາງ ເກມ ທາງແຂວງພວກເຮົາຈຶ່ງໄດ້ເປີດການນຳໃຊ້ທົດລອງບາງປະເພດກີລາ ກໍຄື ກິລາໂບລິ້ງ ແລະ ດອກປີກໄກ່ ເພື່ອບໍລິການແກ່ມວນຊົນ ຊາວແຂວງຊຽງຂວາງ ໄດ້ມາອອກກຳລັງກາຍ ເຖິງວ່າຢູ່ແຂວງຊຽງຂວາງ ພວກເຮົາຍັງບໍ່ທັນມີສະພາບໃນກໍລະນີສົງໃສ ແລະ ພົບເຫັນຜູ້ຕິດເຊື້ອພະຍາດ ໂຄວິດ-19 ກໍຕາມ ແຕ່ກໍບໍ່ປະໝາດ ໄດ້ປຸກລະດົມພໍ່ແມ່ປະຊາຊົນຊາວເມືອງວິລະຊົນຊາວຊຽງຂວາງ ຕ້ອງເປັນເຈົ້າການຕົນເອງເພື່ອຮັກສາສຸຂະພາບ ແລະ ປະຕິບັດວິທີການປ້ອງກັນເຊື້ອພະຍາດດັ່ງກ່າວ ຕະ ຫຼອດເວລາໃນເວລາອອກຈາກບ້ານ.
ສ່ວນທັບນັກກີລາ ຈຳນວນ 490 ຄົນ ຈາກ 28 ປະເພດກີລາ ກໍໄດ້ແຈ້ງການໃຫ້ເຂົາເຈົ້າຮັບຮູ້ ແລະ ສົ່ງກັບບ້ານໝົດທຸກຄົນແລ້ວ ພ້ອມທັງເນັ້ນໜັກໃຫ້ທຸກຄົນຈົ່ງຢ່າປະຖິ້ມເວລາໃຫ້ສູນເສຍລ້າ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ສືບຕໍ່ເກັບໂຕເຝິກຊ້ອມດ້ວຍຕົນເອງ ເພື່ອຮັກສາສະມັດຖະພາບຂອງຮ່າງກາຍ ໃຫ້ມີຄວາມແຂງແກ່ນ ພາຍຫຼັງພະຍາດດັ່ງກ່າວ ຖືກສະກັດກັ້ນຢຸດການແຜ່ລະບາດ ແລະ ທາງລັດຖະບານອານຸຍາດໃຫ້ດຳເນີນການເປີດພິທີເປັນທາງການ ກໍຈະໄດ້ຮຽກຕົວເຂົາເຈົ້າກັບມານອນສູນຝຶກຊ້ອມຢ່າງເປັນປົກກະຕິ.