ເຊີນເຂົ້າຮ່ວມແຂ່ງຂັນຜະລິດສິນຄ້າຫັດຖະກຳລາວ 2020

    ທະນາຄານມາຣູຮານເຈແປນລາວ ຮ່ວມກັບສະມາຄົມຫັດຖະກຳລາວ ໄດ້ຈັດຖະແຫຼງຂ່າວການຜະລິດສິນຄ້າຫັດຖະກຳ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳຫັດຖະກຳລາວ 2020 ຂຶ້ນ ໃນວັນທີ 8 ຕຸລາ 2020 ທີ່ສຳນັກງານໃຫຍ່ທະນາຄານດັ່ງກ່າວ ເປັນກຽດຖະແຫຼ່ງຂ່າວຂອງທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ທະນາຄານມາຣູຮານເຈແປນລາວ ແລະ ທ່ານນາງ ວຽງຄຳ ນັນທະວົງດວງສີ ຮອງປະທານສະມາຄົມຫັດຖະກຳລາວ ມີສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການແຂ່ງຂັນຜະລິດຕະພັນຫັດຖະກຳລາວ ແມ່ນຈະໄດ້ຈັດຂຶ້ນໃນງານມະຫະກຳຫັດຖະກຳລາວ 2020 ເຊິ່ງຈະຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ລະຫວ່າງວັນທີ 10-18 ຕຸລາ 2020 ເຊິ່ງທະນາຄານ ມາຣູຮານ ເຈແປນລາວ ເປັນຜູ້ນຳການຕະຫຼາດສຳລັບຫົວໜ່ວຍທຸລະກິດຂະຫນາດນ້ອຍ ແລະ ກາງ ທີ່ນຳໃຊ້ນະວັດຕະກຳ ແລະ ລະບົບດີຈີຕອລທີ່ທັນສະໄໝ ເປັນພຽງທະນາຄານດຽວທີ່ໄດ້ເຂົ້າຮ່ວມງານນີ້ ແລະ ໄດ້ສະໜັບສະໜູນຈັດການແຂ່ງຂັນຜະລິດຕະພັນຫັດຖະກຳ ເຊິ່ງເປີດກວ້າງໃຫ້ບຸກຄົນທົ່ວໄປທີ່ມີແນວຄວາມຄິດປະດິດສ້າງນຳເອົາຜົນງານການປະດິດຂອງຕົນເອງເຂົ້າຮ່ວມແຂ່ງຂັນ ຜູ້ທີ່ຈະເຂົ້າຮ່ວມແຂ່ງຂັນ ຕ້ອງສົ່ງແບບຜົນງານຂອງຕົນເອງ ໂດຍອີງໃສ່ເງື່ອນໄຂທີ່ທາງທະນາຄານ ມາຣູຮານ ເຈແປນລາວ ໄດ້ກຳນົດໄວ້ໂດຍມີຄະນະກຳມະການຕັດສິນ 3 ພາກສ່ວນຄື: ທະນາຄານ ມາຣູຮານເຈແປນລາວ ສະມາຄົມຫັດຖະກຳລາວ ແລະ ກົມສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະ ກາງ. 

    ສຳລັບເງື່ອນໄຂຂອງການເຂົ້າຮ່ວມແຂ່ງຂັນນັ້ນ ຄະນະກຳມະການໄດ້ກຳນົດຜະລິດຕະພັນຫັດຖະກຳໃນ 5 ປະເພດຄື: ແຜ່ນແພ ຫວາຍ ເງິນ ດິນໜຽວ ແລະ ອື່ນໆ (ທົ່ວໄປ ດັ່ງເດີມ ຣີໄຊເຄີນ ແລະ ໄມ້) ແຕ່ລະປະເພດ ຕ້ອງເຮັດດ້ວຍວັດສະດຸທຳມະຊາດ ຜະລິດຕະພັນທີ່ຈະສົ່ງເຂົ້າແຂ່ງຂັນ ຕ້ອງມີຜູ້ຜະລິດສອງຄົນຂຶ້ນໄປໃນແຕ່ລະປະເພດ ສ່ວນມາດຖານຜະລິດຕະພັນນັ້ນ ຕ້ອງມີການກຳນົດລາຄາ ມີເອກະລັກແບບດັ່ງເດີມ ສະແດງເຖິງວັດທະນະທຳລາວ ຜະລິດອອກມາໃນຮູບແບບທີ່ທັນສະໄໝ ແລະ ປະຊາຊົນເປັນຜູ້ຜະລິດເອງດ້ວຍມື ພ້ອມນັ້ນ ຜູ້ເຂົ້າຮ່ວມສາມາດສົ່ງຜົນງານການຜະລິດເຂົ້າແຂ່ງຂັນໄດ້ຈຳນວນໜຶ່ງ ຫຼື ຫຼາຍຜະລິດຕະພັນກໍໄດ້ ອີງໃສ່ຄວາມສາມາດຂອງແຕ່ລະຜູ້ເຂົ້າແຂ່ງຂັນ ເຊັ່ນ: ກະເປົາຄອມພິວເຕີໂນດບຸກ ກະເປົາເງິນ ຖົງຜ້າໃສ່ເຄື່ອງ ປາກກາ ພວງກະແຈ ຊຸດໃສ່ເຫຼົ້າສາເກ (ເຫຼົ້າຍີ່ປຸ່ນ) ຊຸດໝໍ້ນໍ້າຊາ ປື້ມບັນທຶກ ຂັນ ຫຼື ໂອ ທີ່ຜະລິດດ້ວຍໄມ້ ເງິນ ແລະ ຫວາຍ ກັບໃສ່ນາມບັດໄມ້ ຫຼື ເງິນ ສຳລັບ 10 ຜະລິດຕະພັນທີ່ຖືກຄັດເລືອກໂດຍສະມາຄົມຫັດຖະກຳລາວ ຈະໄດ້ຜ່ານເຂົ້າຮອບຄັດຕັດສິນ ສ່ວນຜູ້ທີ່ຊະນະເລີດການແຂ່ງຂັນຈະໄດ້ເຊັນສັນຍາກັບທາງທະນາຄານ ມາຣູຮານ ເຈແປນລາວ ເພື່ອຜະລິດເປັນຂອງທີ່ລະນຶກຂອງທະນາຄານໃນປີ 2021.

                # ຂ່າວ & ພາບ: ເພັດສະໝອນ

error: Content is protected !!