JDB ທົບທວນຜົນການດຳເນີນທຸລະກິດ

    ວັນທີ 6 ຕຸລາ 2020 ທະນາຄານຮ່ວມພັດທະນາ (JDB) ໄດ້ຈັດກອງປະຊຸມທົບທວນຜົນການດຳເນີນທຸລະກິດໄລຍະ 9 ເດືອນຜ່ານມາ ແລະ ຄາດຄະເນ 3 ເດືອນທ້າຍປີ 2020 ຂຶ້ນທີ່ສຳນັກງານຂອງຕົນ ເປັນປະທານຂອງທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ມີຄະນະສະພາຜູ້ບໍລິຫານ ຄະນະອຳນວຍການ ຫົວໜ້າສູນ ແລະ ໜ່ວຍບໍລິການເຂົ້າຮ່ວມ. 

    ການດຳເນີນທຸລະກິດ 9 ເດືອນຜ່ານມາ ເຫັນວ່າໄດ້ຕາມແຜນການວາງໄວ້ຢ່າງໜ້າເພິ່ງພໍໃຈ ເຖິງວ່າຈະມີການລະບາດຂອງພະຍາດໂຄວິດກໍຕາມ ທີ່ເຮັດໃຫ້ລາຍຮັລຈາກການນຳໃຊ້ບັດເຄື່ອງຮູດ ແລະ ຜະລິດຕະພັນອື່ນໆຫຼຸດລົງແຕ່ເຖິງຢ່າງກໍຕາມ ທະນາຄານໄດ້ເລັ່ງຜ່ອນສິນເຊື່ອເຂົ້າໃນການຟື້ນຟູເສດຖະກິດ ໄດ້ອອກຜະລິດຕະພັນສິນເຊື່ອ ໂດຍສະໜອງຄວາມຕ້ອງການໃຫ້ເຂົ້າເຖິງກຸ່ມລູກຄ້າເປົ້າໝາຍທັງພາກລັດ ແລະ ເອກະຊົນ ເງິນກູ້ເພື່ອການສຶກສາພາຍໃນ ກໍຄືຕ່າງປະເທດ ແລະ ອື່ນໆ. 

    ນອກນີ້ ກອງປະຊຸມໄດ້ປັບປຸງການຈັດຕັ້ງໃໝ່ໃຫ້ແທດເໝາະກັບການຂະຫຍາຍຕົວຂອງທະນາຄານ ໂດຍໄດ້ແຕ່ງຕັ້ງທ່ານ ເອກະພັນ ພະພິທັກ ເປັນປະທານສະພາບໍລິຫານອີກໜຶ່ງສະໄໝ ແຕ່ງຕັ້ງຜູ້ກວດສອບຈາກຂ້າງນອກ 1ທ່ານ ມາເປັນສະມາຊິກສະພາບໍລິຫານ ແຕ່ງຕັ້ງຮອງຜູ້ອຳນວຍການໃຫຍ່ 1 ທ່ານເພື່ອຊ່ວຍວຽກ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!