ເດືອນກັນຍາຜ່ານມາ ຍອດຜູ້ເສຍຊີວິດຈາກອຸບັດເຫດຫຼຸດລົງ 7 ຄົນ

    ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນກັນຍາ 2020 ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 81 ລາຍ ມີຜູ້ເສຍຊີວິດຈຳນວນ 10 ຄົນ ຍິງ 1 ຄົນ ເມື່ອທຽບໃສເດືອນສິງຫາ ການເກີດອຸບັດເຫດແມ່ນຫຼຸດລົງ 21 ລາຍ ແລະ ຄົນເສຍຊີວິດກໍຫຼຸດລົງເຊັ່ນດຽວກັນ ຄື 7 ຄົນ ລວມມູນຄ່າຄວາມເສຍຫາຍປະມານ 1,2 ຕື້ກີບ ເມືອງທີ່ມີອຸບັດເຫດເກີດຂຶ້ນຫຼາຍກວ່າໝູ່ ຍັງແມ່ນເມືອງໄຊທານີ. 

    ການເກີດອຸບັດເຫດທັງໝົດນັ້ນ ເຮັດໃຫ້ມີພາຫະນະເປ່ເພເລັກໜ້ອຍ 81 ຄັນ ສົມຄວນ 98 ຄັນ ໃຊ້ບໍ່ໄດ້ 3 ຄັນ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 14 ຄົນ ສົມຄວນ 35 ຄົນ ສາຫັດ 8 ຄົນ ແລະ ເສຍຊີວິດ 10 ຄົນ ສ່ວນຄົນຂັບໄດ້ຮັບບາດເຈັບເລັກໜ້ອຍ 10 ຄົນ ສົມຄວນ 30 ຄົນ ສາຫັດ 6 ຄົນ ເສຍຊີວິດ 8 ຄົນ ຜູ້ຊ້ອນທ້າຍໄດ້ຮັບບາດເຈັບເລັກໜ້ອຍ 4 ຄົນ ສົມຄວນ 5 ຄົນ ສາຫັດ 2 ຄົນ ເສຍຊີວິດ 1 ຄົນ ນອກຈາກນີ້ ຍັງມີລົດຕຳຄົນຍ່າງເສຍຊີວິດ 1 ຄົນ ອຸບັດເຫດສ່ວນໃຫຍ່ ແມ່ນເກີດຂຶ້ນກັບຜູ້ໃຊ້ແຮງງານ ແລະ ນັກສຶກສາ ຕົວເລກຂອງເມືອງທີ່ເກີດອຸບັດເຫດ ເມືອງຈັນທະບູລີ 5 ລາຍ ສີໂຄດຕະບອງ 19 ລາຍ ສີສັດຕະນາກ 5 ລາຍ ໄຊເສດຖາ 15 ລາຍ ຫາດຊາຍຟອງ 8 ລາຍ ໄຊທານີ 27 ລາຍ ນາຊາຍທອງ 2 ລາຍ ປາກງຶ່ມ 0 ລາຍ ແລະ ເມືອງສັງທອງ 0 ລາຍ. 

    ຕົ້ນຕໍຂອງການເກີດອຸບັດເຫດ ທີ່ເຮັດໃຫ້ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼາຍນັ້ນ ຍ້ອນຜູ້ຂັບຂີ່ບໍ່ຮູ້ກົດລະບຽບຈະລາຈອນດີເທົ່າທີ່ຄວນ ຂາດທັກສະຂັບຂີ່ປອດໄພ ລວມເຖິງການມີວິໄນ ນ້ຳໃຈການໃຊ້ລົດ ໃຊ້ຖະໜົນຮ່ວມກັບຄົນອື່ນ ເຊິ່ງອຸບັດເຫດທີ່ເກິດຂຶ້ນຈາກລົດຍົນ ສ່ວນຫຼາຍແມ່ນໃຊ້ຄວາມໄວເກີນກຳນົດ ດື່ມສິ່ງມືນເມົາແລ້ວຂັບ ລ້ຽວຊ້າຍ-ຂວາບໍ່ຮັບປະກັນຄວາມປອດໄພ ແລະ ອື່ນໆ.

# ຂ່າວ & ຮູບ: ຊີລິການດາ 

error: Content is protected !!