ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອວັນການທູດລາວ ຄົບຮອບ 75 ປີ

    ໃນ​ວັນ​ທີ 9 ຕຸລາ 2020 ຢູ່ກະຊວງການຕ່າງປະເທດ​​ ໄດ້ຈັດ​ປາຖະກະຖາກ່ຽວກັບວັນສ້າງຕັ້ງ​ການ​ທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ​ເຊິ່ງໃຫ້​ກຽດ​ປາຖະກະຖາ​ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ອະດີດກຳມະການກົມການເມືອງ ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ມີ​ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ບັນດາຄະນະ​ພັກ​ກະຊວງຕ່າງປະເທດ ຄະນະກົມ ນັກການທູດອາວຸໂສບໍານານ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມ.

    ຈຸດປະສົງ ເປັນການຫວນຄືນປະຫວັດສາດຂອງຊາດລາວ ທັງເປັນການສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄືການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລາວຕະຫຼອດໄລຍະ 75 ປີ ທີ່ຜ່ານມາ ມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 143 ປະເທດ ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ແຫ່ງ ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ ມີດ່ານສາກົນ 28 ແຫ່ງ ໄດ້ສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ຂົວມິດຕະພາບ 5 ແຫ່ງ (ລາວ-ໄທ 4 ແຫ່ງ ລາວ-ມຽນມາ 1 ແຫ່ງ) ມີການພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ 140 ພັກ ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ ໄດ້ເຊັນສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການກັບ 37 ປະເທດ ຍົກເວັ້ນວີຊາສອງຝ່າຍສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ (9 ປະເທດສະມາຊິກອາຊຽນ ຣັດເຊຍ ແລະ ມົງໂກລີ) ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາ ໃຫ້ກັບ 4 ປະເທດ (ສ ເກົາຫຼີ ຍີ່ປຸ່ນ ສະຫະພັນທະລັດສະວິດ ແລະ ລຸກຊໍາບວກ).

    ໃນຕອນທ້າຍຂອງພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຊີ້ນໍາ ແລະ ໃຫ້ທິດເຍືອງທາງແກ່ພະນັກງານກະຊວງການຕ່າງປະເທດ ນອກຈາກພິທີປາຖະກະຖາເລົ່າມູນເຊື້ອວັນການທູດລາວ ຄົບຮອບ 75 ປີ ໃນວັນດຽວກັນນີ້ ກໍຍັງມີບັນດາກິດຈະກໍາອື່ນ ເພື່ອສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 75 ປີ ຄື: ພິທີເປີດສະໂມສອນນັກການທູດລາວ ແລະ ພິທີເປີດປຶ້ມ “ ປະທານ ຄໍາໄຕ ສີພັນດອນ ກັບແນວຄິດຊີ້ນໍາຕໍ່ວຽກງານການພົວພັນຕ່າງປະເທດ”.

​   # ຂ່າວ & ພາບ: ບຸນມີ

error: Content is protected !!