ຜູ້ຂຽນຢາກເວົ້າເຖິງການສ້າງສະຕິຂອງທຸກຄົນໃນສັງຄົມ ເພື່ອຕ້ານ ແລະ ຫຼີກລ່ຽງການແຜ່ລະບາດຂອງພະຍາດຈຸລະໂຣກສາຍພັນໃໝ່ (COVID-19) ເຊິ່ງທົ່ວໂລກ ຍ່ອມພາກັນມີສະຕິ ສ້າງວິທີປ້ອງກັນ ບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດ ລາມໄປທຸກບ່ອນ ອົງການອະນາໄມໂລກ (WHO) ກໍຊີ້ແນະບໍ່ໃຫ້ຄົນຊຸມນຸມກັນ ເພາະຈະມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງພະຍາດນີ້ ສຳລັບພັກ-ລັດຖະບານລາວ ຍິ່ງໄດ້ເອົາໃຈໃສ່ອອກປະກາດ-ແຈ້ງການຫຼາຍຂັ້ນ ເຊັ່ນ: ໜັງສືແຈ້ງການສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ (COVID-19) ລົງວັນທີ 02/03/2020.
ການສ້າງສະຕິໃຫ້ຮູ້ເທົ່າທັນ ເພື່ອປ້ອງກັນພະຍາດດັ່ງກ່າວ ຍ່ອມຈຳເປັນທີ່ຄົນໃນສັງຄົມ ຈະຕ້ອງໄດ້ຮູ້ແຈ້ງການຕ່າງໆຢ່າງລະອຽດ ແລະ ເຂົ້າໃຈໃຫ້ຖືກຕ້ອງ ເຊັ່ນ: ແຈ້ງການເລກທີ 107 ຂອງຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ແຈ້ງການເລກທີ 07 ວັນທີ 28 ກຸມພາ 2020 ຂອງຫ້ອງວ່າການສູນກາງພັກ ເຊິ່ງມີເນື້ອໃນໃຫ້ທົ່ວປວງຊົນໃນສັງຄົມ ຫຼື ທົ່ວປະເທດ ພ້ອມພຽງກັນ ເອົາໃຈໃສ່ບໍ່ໂຮມຊຸມນຸມກັນ ເຊິ່ງຈະເຮັດໃຫ້ມີຄວາມສ່ຽງສູງຕໍ່ການຕິດພະຍາດດັ່ງກ່າວ.
ສຳລັບແຈ້ງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກໍແມ່ນຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆ ຈົ່ງພ້ອມໃຈກັນປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ເພື່ອຫຼີກລ່ຽງ-ປ້ອງກັນ ການແຜ່ລະບາດຂອງພະຍາດດັ່ງກ່າວ ເຫັນວ່າສະຖານທີ່ຄວນລະວັງກໍແມ່ນຮ້ານອາຫານ ຮ້ານຄ້າ ຫ້ອງນ້ຳສາທາລະນະ ຮ້ານບັນເທີງ ປ້ຳນ້ຳມັນ ໂຮງຮຽນ ສະໜາມບິນ ສຳນັກງານອົງການຕ່າງໆ ຍ່ອມຕ້ອງມີສະຕິ ຫາວິທີປ້ອງກັນ ຫຼື ຫຼີກລ່ຽງການ ໂຮມຊຸມນຸມ ເຖິງແມ່ນວ່າອາດມີບາງງານບຸນປະເພນີທີ່ຈະຈັດຂຶ້ນ ກໍຕ້ອງພາກັນມີສະຕິ ຮູ້ຈັກຄວາມເໝາະສົມ ເຊິ່ງເຮົາອາດເສຍເວລາ ເສຍສະຫຼະແນ່ ບາງອັນນັ້ນກໍເພື່ອປ້ອງກັນບໍ່ໃຫ້ມາເສຍໃຈພາຍຫຼັງ.
ຜູ້ຂຽນເຫັນວ່າ: ທາງ ສປ ຈີນ ເພິ່ນສາມາດຄວບຄຸມແກ້ໄຂບັນຫາໄດ້ແລ້ວ ແຕ່ພະຍາດດັ່ງກ່າວ ກໍຍັງມີການແຜ່ລະບາດໄປທົ່ວໂລກ ເຊິ່ງການທີ່ເຮົາມີສະຕິປະຕິບັດຕາມແຈ້ງການຂັ້ນເທີງວາງອອກນັ້ນດີທີ່ສຸດ ພວກເຮົາຊາວພຸດ ຍາມໃດກໍບໍ່ຄວນບໍ່ປະໝາດ ປ້ອງກັນໄວ້ດີກວ່າຈະເສຍໃຈພາຍຫຼັງເນີ້!.
ໂດຍ: ດັ້ນກີບເມກ