ເຜີຍແຜ່ຄໍາສັ່ງເລກທີ 06/ນຍ ໃຫ້ທູຕານຸທູດປະຈໍາລາວ

     ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດອັກ ເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃຫ້ບັນດາທູຕານຸທູດປະຈໍາລາວ ວັນທີ 30 ມີນາ 2020 ຢູ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ.

    ຈຸດປະສົງເພື່ອໃຫ້ບັນດາທູຕານຸທູດປະຈໍາລາວ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຢູ່ ສປປ ລາວ ແລະ ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດມາດຕະການດັ່ງ ກ່າວຢ່າງເຂັ້ມງວດໃນທຸກຂົງເຂດວຽກງານ ເຊິ່ງຄໍາສັ່ງດັ່ງກ່າວມີ 18 ຂໍ້ ໂດຍລວມແມ່ນເນັ້ນໜັກໃຫ້ພະ ນັກງານລັດຖະກອນຢຸດການມາເຮັດວຽກຢູ່ຫ້ອງການ ແຕ່ວັນທີ  1-11 ເມສາ  ແລະ ສືບຕໍ່ພັກງານບຸນປີໃໝ່ລາວ ຮອດວັນທີ 19 ເມສາ 2020 ຍົກເວັ້ນທະຫານ ຕໍາຫຼວດ ເຈົ້າໜ້າທີ່ດັບເພີງ ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ ນໍ້າປະປາ ແລະ ການສື່ສານ ແພດໝໍ ອາສາສະໝັກ ພະນັກງານ-ລັດຖະກອນຜູ້ທີ່ໄດ້ຮັບມອບໝາຍປະຈໍາການ.

    ພ້ອມນີ້ ກໍຫ້າມໃຫ້ປະຊາຊົນ ນັກຮຽນ-ນັກສຶກສາຜູ້ປະກອບການຕ່າງປະເທດ ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ຢູ່ ສປປ ລາວ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ ຍົກເວັ້ນກໍລະນີທີ່ຈໍາເປັນ ຫ້າມໂຄສະນາເຜີຍແຜ່ ສົ່ງຕໍ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງໃນຮູບແບບໃດໜຶ່ງຜ່ານສື່ຕ່າງໆ ທີ່ເຮັດໃຫ້ມີຄວາມເຂົ້າໃຈຜິດ ແຕກຕື່ນ ແລະ ຂໍ້ຫ້າມອື່ນໆອີກ ເພື່ອພ້ອມກັນຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດ COVID-19.

ພາບ-ຂ່າວ: ຂັນທະວີ

error: Content is protected !!