ແຮງງານລາວ ຢູ່ສູນກັກໂຕ-ຜູ້ຕິດເຊື້ອພະຍາດ COVID-19 ໄດ້ຮັບການດູແລຢ່າງດີ

    ແຮງງານລາວທີ່ເດີນທາງມາຈາກປະເທດກຸ່ມສ່ຽງ ໂດຍສະເພາະປະເທດໄທ ທີ່ໄດ້ກັກໂຕຢູ່ຕາມສູນຕ່າງໆທີ່ພັກ-ລັດຖະບານຈັດໃຫ້ ໄດ້ຮັບການເອົາໃຈໃສ່ເບິ່ງແຍງຈາກພາກສ່ວນກ່ຽວຂ້ອງເປັນຢ່າງດີ ແລະ ຜູ້ທີ່ຕິດເຊື້ອພະຍາດ COVID-19 ຈໍານວນ 8 ກໍລະນີ ໃນນີ້ໄດ້ປິ່ນປົວຢູໂຮງໝໍມິດຕະພາບ 150 ຕຽງ 5 ກໍລະນີ ແລະ ປິ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ 3 ກໍລະນີ ມີອາການຊົງຕົວໃນຂັ້ນເບົາບາງ.

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 29 ມີນາ 2020 ວ່າ: ການຈັດສູນກັກໂຕແຮງງານລາວທີ່ກັບຈາກຕ່າງປະເທດ ທ່ານນາຍົກໄດ້ອອກແຈ້ງການເປັນເງື່ອນໄຂອັນສະດວກທີ່ສຸດ ໃນການປະຕິບັດມາດຕະການ ຈໍາກັດບໍລິເວນຜູ້ທີ່ເດີນທາງມາຈາກປະເທດທີ່ມີກຸ່ມສ່ຽງ ກໍານົດເວລາ 14 ວັນ ເຊິ່ງຜູ້ທີ່ມີເງື່ອນໄຂ ມີສະຖານທີ່ບຸກຄົນໃນຄອບຄົວອໍານວຍຄວາມສະດວກໃຫ້ ແມ່ນໃຫ້ກັກໂຕເອງຢູ່ເຮືອນ ສ່ວນຜູ້ທີ່ມີເງື່ອນໄຂບໍ່ພຽງພໍ ໄດ້ກໍານົດເອົາສະຖານທີ່ໂຮງຮຽນເປັນສູນກັກໂຕ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ໄດ້ໃຫ້ທິດຊີ້ນໍາ ໂດຍມອບໃຫ້ພະແນກສາທາລະນະສຸກ ຖ້າຢູ່ເມືອງແມ່ນມອບໃຫ້ຫ້ອງການສາທາ ໂຮງໝໍເມືອງ ຈັດຕັ້ງທີມແພດກວດສຸຂະພາບຂອງຜູ້ທີ່ຖືກຈໍາກັດບໍລິເວນໃນແຕ່ລະວັນ ວັນລະ 2 ຄັ້ງ ເປັນຕົ້ນການກວດວັດແທກອຸນຫະພູມ ກັ່ນກອງຫາຜູ້ຕິດເຊື້ອ ສະໜັບສະໜູນອຸປະກອນປ້ອງກັນຕົນເອງເຊັ່ນ: ຜ້າອັດປາກ ເຈວລ້າງມື ພ້ອມທັງແນະນໍາວິທີການຮັກສາອະນາໄມ ແລະ ອື່ນໆ.   

  ສໍາລັບກໍລະນີຜູ້ທີ່ຕິດເຊື້ອພະຍາດ COVID-19 ຈໍານວນ 8 ກໍລະນີ ທີ່ຮັບການປິ່ນປົວຢູ່ໂຮງໝໍມິດ ຕະພາບ 150 ຕຽງ ແລະ ໂຮງໝໍແຂວງຫຼວງພະບາງ ແມ່ນທີມແພດໝໍເອົາໃຈໃສ່ໃນການຕິດຕາມເປັນປົກກະຕິ ພ້ອມທັງໃຫ້ຢາປິ່ນປົວຕາມຫຼັກວິຊາການທີ່ ສປ ຈີນ ໃຊ້ປິ່ນປົວກັບຜູ້ທີ່ຕິດພະຍາດດັ່ງກ່າວໃນເບື້ອງຕົນ ປັດຈຸບັນທັງໝົດ 8 ກໍລະນີ ມີອາການຊົງຕົວ ໝາຍວ່າສາມາດຊ່ວຍເຫຼືອຕົນເອງໄດ້ ບໍ່ມີອາ ການໄຂ້ ໄອ ແລະ ບໍ່ມີອາການສັບສົນດ້ານການຫາຍໃຈ ພິເສດວັນທີ 29 ມີນາ 2020 ລັດຖະບານ ສປ ຈີນ ໄດ້ສົ່ງຄະນະແພດ ແລະ ຊ່ຽວຊານ ພ້ອມດ້ວຍອຸປະກອນການແພດມາຊ່ວຍເຫຼືອລັດຖະບານລາວໃນການຕ້ານພະຍາດ COVID-19 ນອກນີ້ຍັງໄດ້ກະກຽມສັ່ງຊື້ຢາຜະລິດໃໝ່ ຄາດວ່າຈະມາຮອດ ສປປ ລາວໃນໄວໆນີ້.

error: Content is protected !!