ຄັດເລືອກແລ້ວ ຄະນະບໍລິຫານງານສະມາຄົມແຄນລາວ ຊຸດທີ 3

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ສະ­ມາ­ຄົມ​ສິ­ລະ​ປະ​ແຄນ​ລາວ ໄດ້​ຈັດ​ຂຶ້ນ​ວັນ​ທີ 8 ຕຸ­ລາ 2020 ທີ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ເຊິ່ງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ເປັນ​ຂີດ​ໝາຍ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ສູ່​ບາດ­ກ້າວ​ໃໝ່​ຂອງ​ສະ­ມາ­ຄົມ​ສິ­ລະ​ປະ​ແຄນ​ລາວ ໂດຍ​ຈະ​ໄດ້​ສຸມ​ໃສ່​ພິ­ຈາ­ລະ­ນາ​ບັນ­ດາ​ເນື້ອ​ໃນ​ສຳ­ຄັນ​ຄື: ຕີ​ລາ­ຄາ​ຜົນ­ງານ​ການ­ເຄື່ອນ­ໄຫວ​ຂອງ​ສະ­ໂມ­ສອນ​ສິ­ລະ​ປະ​ແຄນ​ລາວ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ກຳ­ນົດ​ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ​ໃນ​ໄລ­ຍະ 5 ປີ​ຕໍ່­ໜ້າ (2020-2025) ຄົ້ນ­ຄວ້າ​ຮັບ­ຮອງ​ເອົາ​ກົດ​ລະ­ບຽບ​ຂອງ​ສະ­ມາ­ຄົມ​ສິ­ລະ​ປະ​ແຄນ​ລາວ ຄັດ​ເລືອກ​ເອົາ​ຄະ­ນະ​ບໍ​ລິ​ງານ​ສະ­ມາ­ຄົມ​ຊຸດ​ທີ III ຜ່ານ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ແລະ ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ຂັ້ນ​ເທິງ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ເປັນ​ປະ­ທານ​ຂອງ​ທ່ານ ຈະ­ເລີນ ເຢຍ​ປາວ​ເຮີ ລັດ­ຖະ­ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປະ­ທານ​ຄະ­ນະ​ຂົນ­ຂວາຍ​ສ້າງ­ຕັ້ງ​ສະ­ມາ­ຄົມ​ສິ­ລະ​ປະ​ແຄນ​ລາວ ມີ​ທ່ານ ກິ​ແກ້ວ ໄຂ​ຄຳ​ພິ­ທູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ – ທ່ອງ​ທ່ຽວ ແລະ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ອະ­ດີດ​ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ອະ­ດີດ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ ອົງ­ການ​ທຽບ​ເທົ່າ ພາກ­ສ່ວນ​ທຸ­ລະ​ກິດ ແລະ ສະ­ມາ­ຊິກ​ສະ­ມາ­ຄົມ​ແຄນ​ລາວ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ.

ສຳ­ລັບ​ການ​ຄັດ​ເລືອກ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ມາ­ຄົມ​ແຄນ​ລາວ​ຊຸດ​ທີ 3 ນີ້ ໄດ້​ເລືອກ​ເອົາ​ທ່ານ  ຄຳ​ພັນ ເໝືອນ​ສິດ­ທິ​ດາ ເປັນ​ປະ­ທານ ທ່ານ ຈັນ​ແສງ ພິມ​ມະ​ວົງ ແລະ ດວງ​ຈຳ­ປີ ວຸ​ທິ​ສຸກ ເປັນ​ຮອງ ທ່ານ ນາງ ກົງ​ເດືອນ ເນດ​ຕະ​ວົງ ທ່ານ ຄຳ​ຫຼ້າ ດວງ​ພະ​ສຸກ ທ່ານ​ນາງ ດາ​ວັນ ວິ­ຈິດ​ວົງ­ສາ ແລະ ທ່ານ ຄຳ​ແສນ ພິ­ລາ​ວົງ ເປັນ​ຄະ­ນະ ພ້ອມ​ນັ້ນ ໄດ້​ຄັດ​ເລືອກ​ເອົາ​ທ່ານ ດວງ​ຈຳ­ປີ ວຸ​ທິ​ສຸກ ເປັນ​ປະ­ທານ​ກວດ­ກາ ແລະ ທ່ານ ຄຳ​ແສນ ພິ­ລາ​ວົງ ເປັນ​ຮອງ​ປະ­ທານ​ກວດ­ກາ ນອກ​ນັ້ນ ໄດ້​ເລືອກ​ເອົາ​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ເປັນ​ປະ­ທານ​ກິດ​ຕິ​ມະ​ສັກ​ຜູ້​ທີ 1 ແລະ ທ່ານ ຈະ­ເລີນ ເຢຍ​ປາວ​ເຮີ ເປັນ​ປະ­ທານ​ກິດ​ຕິ​ມະ​ສັກ​ຜູ້​ທີ 2.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!