ຕອນເຊົ້າວັນທີ 8 ຕຸລາ 2020 ນີ້ ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ອົງການປົກຄອງນະຄອນຫຼວງວຽງຈັນ ນຳໂດຍທ່ານອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ນຳເອົາລົດກະບະ ຣີໂວ ຈຳນວນ 1 ຄັນ ມາມອບໃຫ້ແກ່ສຳນັກງານໜັງສືພິມວຽງຈັນໃໝ່ ເພື່ອປະກອບສ່ວນຮັບໃຊ້ການເຄື່ອນໄຫວວຽກງານຕ່າງໆຂອງໜັງສືພິມວຽງຈັນໃໝ່ ເວົ້າລວມ ເວົ້າສະເພາະ ກໍແມ່ນຕອບສະໜອງການເຄື່ອນໄຫວວຽກງານເກັບກຳຂ່າວໃນຂົງເຂດນະຄອນຫຼວງໃຫ້ມີຄວາມສະດວກສະບາຍ ແລະ ທັນຕໍ່ເຫດການໃນຍຸກປັດຈຸບັນ ໂດຍຕາງໜ້າກ່າວຮັບຂອງທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ໂດຍຊ້ອງໜ້າຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ພ້ອມພະນັກງານເຂົ້າຮ່ວມ.

ໃນໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການ ໄດ້ກ່າວຄຳຂອບໃຈຕໍ່ອົງການປົກຄອງນະຄອນຫຼວງ ທີ່ໄດ້ເຫັນຄວາມສຳຄັນຂອງສື່ມວນຊົນ ເວົ້າລວມ ເວົ້າສະເພາະໜັງສືພິມວຽງຈັນໃໝ່ ແລະ ຈະນຳມາໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.




