ຍີ່ປຸ່ນ ມອບອຸປະກອນຍົກນ້ຳໜັກ ໃຫ້ນັກກີລາຄົນພິການລາວ

ພິ­ທີ​ມອບ-ອຸ­ປະ­ກອນ​ກີ­ລາ​ຍົກ​ນ້ຳ­ໜັກ​ຄົນ​ພິ­ການ ພາຍ​ໃຕ້​ໂຄງ­ການ​ຊ່ວຍ­ເຫຼືອ​ວັດ­ທະ­ນະ­ທຳ​ຂັ້ນ​ຮາກ​ຖານ ຂອງ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຍີ່­ປຸ່ນ ຈັດ​ຂຶ້ນ​ວັນ​ທີ 8 ຕຸ­ລາ 2020 ຢູ່​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ໂດຍ​ກ່າວ​ມອບ​ແມ່ນ​ທ່ານ ທາ​ເກວະ​ກະ ເຄ​ໂຊ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນ ປະ­ຈຳ ສປປ ລາວ ແລະ ກ່າວ​ຮັບ​ຂອງ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງ​ເປັນ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ພາ​ຣາ​ແລມ​ປິກ​ແຫ່ງ​ຊາດ​ລາວ ໂດຍ​ມີ​ທ່ານ​ຫົວ­ໜ້າ​ກົມ​ກີ­ລາ​ມວນ​ຊົນ ທ່ານ​ຮອງ​ປະ­ທານ​ອົງ­ການ ADDP ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ທ່ານ ທາ​ເກວະ​ກະ ເຄ​ໂຊ​ກ່າວ​ວ່າ: ລັດ­ຖະ­ບານ​ຍີ່­ປຸ່ນ ໄດ້​ມອບ​ເງິນ​ປະ­ມານ 18.000 ໂດ​ລາ​ສະ­ຫະ­ລັດ​ໃຫ້​ແກ່​ໂຄງ­ການ​ນີ້ ນອກ­ຈາກ​ນີ້ ອົງ­ການ ADDP ຍັງ​ໄດ້​ໃຫ້­ການ​ຮ່ວມ​ມື​ຢ່າງ​ເຕັມ­ທີ່ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ນີ້ ຂ້າ­ພະ­ເຈົ້າ​ດີ­ໃຈ​ຫຼາຍ​ທີ່​ນັກ­ກີ­ລາ​ຍົກ​ນ້ຳ­ໜັກ​ພາ​ຣາ​ແລມ​ປິກ​ຈະ​ສາ­ມາດ​ນຳ​ໃຊ້​ອຸ­ປະ­ກອນ​ທີ່​ມີ​ມາດ­ຕະ­ຖານ​ລະ­ດັບ​ສາ­ກົນ ໂດຍ​ຜ່ານ​ການ​ຮ່ວມ​ມື​ຂອງ​ທັງ​ສອງ​ປະ­ເທດ ລາວ-ຍີ່­ປຸ່ນ ໂດຍ​ສະ­ເພາະ​ປີ​ນີ້ ເປັນ​ປີ​ແຫ່ງ​ການ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ທາງ​ການ​ທູດ ລາວ-ຍີ່­ປຸ່ນ ຄົບ­ຮອບ 65 ປີ.

ໂອ­ກາດ​ນີ້ ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ກ່າວ​ວ່າ: ການ​ຊ່ວຍ­ເຫຼືອ​ອຸ­ປະ­ກອນ​ຄັ້ງ​ນີ້ ສຸດ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ຂອງ​ສອງ​ປະ­ເທດ​ພວກ​ເຮົາ ເພາະ​ແມ່ນ​ການ​ຊ່ວຍ­ເຫຼືອ​ເພື່ອ​ການ​ພັດ­ທະ­ນາ​ຄົນ​ພິ­ການ​ໃຫ້​ມີ​ໂອ­ກາດ​ເຄື່ອນ​ໄຫວ​ທາງ​ດ້ານ​ກີ­ລາ-ກາ​ຍະ​ກຳ ແລະ ສ້າງ​ໄດ້​ບັນ­ຍາ­ກາດ​ສົດ­ໃສ​ຢູ່​ໃນ​ສັງ­ຄົມ ພິ­ເສດ ແມ່ນ​ຕໍ່​ການ​ພັດ­ທະ­ນາ​ກີ­ລາ​ຍົກ​ນ້ຳ­ໜັກ​ຄົນ​ພິ­ການ​ລາວ ໃຫ້​ມີ​ອຸ­ປະ­ກອນ​ການ­ເຝິກ­ແອບ-ເຝິກ­ຊ້ອມ ໄດ້​ມາດ­ຕະ­ຖານ​ສາ­ກົນ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ກີ­ລາ​ໃນ​ລະ­ດັບ​ສາ­ກົນ ກໍ​ຄື​ການ​ເຂົ້າ​ຮ່ວມ​ງານ​ກີ­ລາ​ພາ​ຣາ​ແລມ​ປິກ ໂຕ​ກຽວ ປີ 2021 ທີ່​ຈະ​ມາ​ເຖິງ​ນີ້ ໃຫ້​ມີ​ຜົນ­ສຳ­ເລັດ.

# ຂ່າວ & ພາບ: ສີ​ພອນ

error: Content is protected !!