ປະທານ ສພຊ ສືບຕໍ່ເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງ ຢູ່ແຂວງຊຽງຂວາງ

ສະ­ຫາຍ​ນາງ ປາ­ນີ ຢາ​ທໍ່​ຕູ້ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ປະ­ທານ​ສະ­ພາ​ແຫ່ງ​ຊາດ (ສພຊ) ສືບ­ຕໍ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ດຳ­ເນີນ​ຊີ­ວິດ​ການ­ເມືອງ​ທ້າຍ​ສະ­ໄໝ​ທີ VIII ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ​ຊຽງ​ຂວາງ ວັນ​ທີ 8-10 ຕຸ­ລາ 2020 ໂດຍ​ມີ​ສະ­ຫາຍ ບຸນ​ຕົ້ນ ຈັນ­ທະ​ພອນ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ ເຈົ້າ­ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ຮອງ​ເລ­ຂາ​ພັກ​ແຂວງ ຮອງ​ປະ­ທານ​ກວດ­ກາ​ສູນ​ກາງ​ພັກ ຄະ­ນະ​ປະ­ຈຳ​ພັກ​ແຂວງ ກຳ­ມະ­ການ​ພັກ​ແຂວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ພ້ອມ​ກັນ​ພິ­ຈາ­ລະ­ນາ ຮັບ­ຮອງ ແລະ ປະ­ກອບ​ຄຳ​ຄິດ​ເຫັນ​ໃສ່​ບັນ­ຫາ​ສຳ­ຄັນ​ຄື: ຮ່າງ​ບົດ​ສຳ​ຫຼວດ​ການ​ນຳ­ພາ​ລວມ​ຂອງ​ຄະ­ນະ​ພັກ​ແຂວງ ດຳ­ເນີນ​ການ​ສຳ​ຫຼວດ​ກວດ­ກາ​ຕໍ່​ການ​ຊີ້​ນຳ-ນຳ­ພາ​ລວມ​ຂອງ​ຄະ­ນະ​ພັກ ແລະ ບຸກ­ຄົນ ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ບຸ​ຄະ­ລາ​ກອນ​ທີ່​ຈະ​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ​ຊຽງ​ຂວາງ ສະ­ໄໝ​ທີ VIII ແລະ ຄົ້ນ­ຄວ້າ​ຕົກ­ລົງ​ບັນ­ຫາ​ສຳ­ຄັນ​ອື່ນໆ ເພື່ອ​ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ​ໃຫ້­ການ​ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VIII ອົງ­ຄະ​ນະ​ພັກ​ແຂວງ​ຊຽງ​ຂວາງ ໃຫ້​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕາມ​ກຳ­ນົດ ແລະ ມີ​ຜົນ­ສຳ­ເລັດ​ຕາມ​ຄາດ­ໝາຍ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!