
ຄົນໃນວົງເຮຮາຟ້າລັ່ນ ໃຜໆຕ່າງກໍລ້ວນແຕ່ຮູ້ດີວ່າ ສຸລາ ນັ້ນແປວ່າ ເຫຼົ້າ ດື່ມແລ້ວເມົາຟ້ອນແອະຟ້ອນແອ່ນ ຄັນເມົາແລ້ວຄົນອ່ອນແອກໍກາຍເປັນຄົນເຂັ້ມແຂງ ຄົນຂີ້ຢ້ານກໍກາຍເປັນຄົນກ້າຫານ ສິ່ງໃດທີ່ວ່າຢ້ານກວ່າຜີສາງນາງຮ້າຍ ໂດຍສະເພາະຢ້ານບໍ່ຖືກອົກຖືກໃຈກັນ ແຕ່ຄັນມາຮອດໄລຍະດື່ມນ້ຳເມົາພໍໆ ກໍກາຍເປັນຄົນຖືກໃຈໝົດ ຮູ້ໃຈໝົດ ແລະ ເຂົ້າໃຈໝົດ ຫຼື ຫຼາຍກວ່ານັ້ນແມ່ນຍັງເປັນຄົນມີລິດມີເດດ ກ້າໄດ້ກ້າເສຍ ແລະ ….ກ້າອື່ນໆທີ່ບໍ່ເຄີຍກ້າມາກ່ອນ ສະນັ້ນ ໄປຄຽງຄູ່ກັບແງ່ລົບ ມັນກໍມີແງ່ບວກ ໄປກັບດ້ານຕັ້ງໜ້າມັນກໍມີດ້ານຫຍໍ້ທໍ້ ຊຶ່ງພວກເຮົາຕ່າງກໍຮັບຮູ້ກັນດີທັງນັ້ນ. ແຕ່ດ້ວຍວ່າ ໃນໄລຍະຜ່ານມາ ຜົນສະທ້ອນຈາກການດື່ມເຫຼົ້າ ແລ້ວເມົາເກີນຄວາມພໍດີ ກໍນຳໄປສູ່ການເກີດອຸປະຕິເຫດເພດໄພ ຊຶ່ງສ້າງຄວາມເສຍຫາຍທາງດ້ານວັດຖຸ ຈິດໃຈ ສຸຂະພາບ ແລະ ຊີວິດຂອງຄົນບໍ່ໜ້ອຍ ແຕ່ຍ້ອນວ່າມີຜູ້ຜະລິດ ຈຶ່ງມີຜູ້ບໍລິໂພກ ມີຜູ້ຂາຍຈຶ່ງມີຜູ້ຊື້ ຕາມກົນໄກເສດຖະກິດຕະຫຼາດ ຈຶ່ງບໍ່ສາມາດຫຼີກລ້ຽງບັນຫາທີ່ຈະຕາມມາໄດ້. ເນື່ອງຈາກເຫັນວ່າຜົນເສຍຫຼາຍກວ່າຜົນໄດ້ ລັດຈຶ່ງຕ້ອງໄດ້ກຳນົດ ໃຫ້ມີຫຼັກການ ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ຕິດຕາມ ກວດກາ ແລະ ຄວບຄຸມການຜະລິດ ການນຳເຂົ້າ ການຈຳໜ່າຍ ການໂຄສະນະເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອສົ່ງເສີມສຸຂະພາບ ກັນພະຍາດ ປົກປ້ອງຊີວິດ ແລະ ຊັບສິນ ຂອງພົນລະເມືອງ ແນໃສ່ຫຼຸດຜ່ອນ ຜົນຮ້າຍທີ່ເກີດຂຶ້ນຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຜົນຮ້າຍອື່ນໆທີ່ຈະຕາມມາ. ຕາມກົດໝາຍວ່າ ດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໄດ່ກຳນົດຜົນຮ້າຍຂອງການດື່ມສຸລາເກີນຂອບເຂດມີ 3 ຜົນຄື: 1. ຜົນຮ້າຍຕໍ່ສຸຂະພາບ 2. ຜົນຮ້າຍຕໍ່ຄອບຄົວ ແລະ 3. ຜົນຮ້າຍຕໍ່ເສດຖະກິດ-ສັງຄົມ.

- ຜົນຮ້າຍຕໍ່ສຸຂະພາບ: ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ມີຜົນຮ້າຍ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບທັງຮ່າງກາຍ ແລະ ຈິດໃຈ ເປັນສາເຫດທີ່ພາໃຫ້ເກີດອຸປະຕິເຫດ ພະຍາດຊ້ຳເຮື້ອ ແລະ ພະຍາດອື່ນທີ່ນຳໄປສູ່ຄວາມພິການ ແລະ ການເສຍຊີວິດ ຕົວຢ່າງ: ບໍ່ໄດ້ດື່ມເຫຼົ້າຕີນ ມືສັ່ນ ຫຼື ຫຼາຍກວ່ານັ້ນ ແມ່ນບໍ່ສາມາດຈະຍ່າງໄປມາດ້ວຍຕົວເອງໄດ້ (ຕິດເຫຼົ້າ) ເປັນຕັບແຂງ ຕັບອ່ອນເພຍ ແລະ ອື່ນໆ. ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃນໄລຍະຖືພາ ເປັນສາເຫດ ແລະ ປັດໄຈສ່ຽງ ທີ່ພາໃຫ້ຫຼຸລູກ ເດັກເກີດກ່ອນກຳນົດ ມີນ້ຳໜັກຕ່ຳດ ຜິດປົກກະຕິ ພິການ ມີການພັດທະນາທາງສະໝອງ ແລະ ຮ່າງກາຍຊ້າ;
- ຜົນຮ້າຍຕໍ່ຄອບຄົວ: ການບໍລິໂພກເຄື່ຶອງດື່ມທີ່ມີທາດເຫຼົ້າ ພາໃຫ້ມີຜົນກະທົບຕໍ່ໝົດທຸກຄົນໃນຄອບຄົວ ໂດຍສະເພາະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເດັກ ແລະ ຜູ້ອາຍຸສູງ ຂາດຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ຄອບຄົວ ທັງຍັງເປັນການເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຂອງຄອບຄົວ ຕົວຢ່າງ ເງິນຊື້ເຂົ້າຊື້ນ້ຳ ຊື້ຂອງຢູ່ຂອງກິນບໍ່ມີ ແຕ່ເງິນຊື້ເຫຼົ້າເຖິງບໍ່ມີກໍຫາກູ້ຫາຢືມສຸດທ້າຍກາຍເປັນໜີ້ເປັນສິນຜູ້ອື່ນ ຜົວ-ເມຍຢ່າຮ້າງ ປ່ອຍປະລູກໃຫ້ຢູ່ຢ່າງອົດໆຢາກໆ;
- ຜົນຮ້າຍຕໍ່ເສດຖະກິດ-ສັງຄົມ: ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ພາໃຫ້ເກີດອຸປະຕິເຫດ ເກີດອາຊະຍາກຳ ແລະ ອື່ນໆ ຊຶ່ງແຕະຕ້ອງເຖິງການພັດທະນາຊັບພະຍາກອນມະນຸດ ຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຮີດຄອງປະເພນີອັນດີງາມຂອງຊາດ ພາໃຫ້ສູນເສຍລາຍຮັບທັງເປັນການໃຊ້ຈ່າຍຟູມເຟືອຍ ແລະ ເປັຍຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ.
ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ມີການລະເມີດກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ເປັນຕົ້ນ ການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ຖືກຕ້ອງ ຫຼື ການລະເມີດຂໍ້ຫ້າມ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຈະຖືກສຶກສາອົບຮົມ ກ່າວເຕືອນ ລົງວິໄນ ປັບໃໝ ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.