ສ້າງຄວາມເຂົ້າໃຈໃຫ້ສື່ມວນຊົນ ໃນການໂຄສະນາເຊື້ອພະຍາດ

ສູນ​ສື່­ສານ​ເພື່ອ​ສຸ­ຂະ­ພາບ ແລະ ສຸ​ຂະ​ສຶກ​ສາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈັດ​ກອງ​ປະ­ຊຸມ​ສ້າງ​ຄວາມ​ເຂົ້າ­ໃຈ​ເພີ່ມ​ເຕີມ​ໃຫ້​ສື່​ມວນ​ຊົນ ກ່ຽວ​ກັບ​ການ​ປ້ອງ​ກັນ​ໂຄ​ວິດ-19 ແລະ ພະ­ຍາດ​ທີ່​ມີ​ການ​ລະ­ບາດ​ອື່ນໆ ວັນ​ທີ 8 ຕຸ­ລາ ທີ່​ສູນ​ສື່­ສານ​ເພື່ອ​ສຸ­ຂະ­ພາບ ແລະ ສຸ​ຂະ​ສຶກ​ສາ ເປັນ​ປະ­ທານ​ຂອງ​ທ່ານ ພອນ​ປະ­ເສີດ ອຸ​ນາ​ພົມ ຫົວ­ໜ້າ​ກົມ​ອະ​ນະ​ໄມ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ຜູ້­ຕາງ­ໜ້າ​ອົງ­ການ​ອະ­ນາ­ໄມ​ໂລກ​ປະ­ຈຳ​ລາວ ສື່​ມວນ​ຊົນ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ແມ່ນ​ແນ­ໃສ່​ເພື່ອ​ສ້າງ​ຄວາມ​ເຂົ້າ­ໃຈ​ໃຫ້​ແກ່​ສື່​ມວນ​ຊົນ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ­ການ​ເຝົ້າ​ລະ­ວັງ​ໂຄ​ວິດ-19 ໃນ​ສະ­ພາບ​ປັດ​ຈຸ​ປັນ​ຂອງ ສປປ ລາວ ແລະ ເພື່ອ​ເປັນ​ການ​ສົນ­ທະ­ນາ​ເຖິງ​ວິ­ທີ​ການ ແລະ ຂະ​ບວນ​ການ​ໃນ​ການ​ໂຄ­ສະ­ນາ​ຕໍ່​ກັບ​ສະ­ພາບ​ລະ­ບາດ​ໂຄ​ວິດ-19 ໃນ​ປັດ­ຈຸ­ບັນ ລວມ​ທັງ​ພະ­ຍາດ​ອື່ນໆ​ທີ່​ຕ້ອງ​ເຝົ້າ​ລະ­ວັງ ແລະ ສຸມ​ໃສ່​ການ​ໂຄ­ສະ­ນາ ເປັນ­ຕົ້ນ​ແມ່ນ​ພະ­ຍາດ​ໄຂ້­ຍຸງ​ລາຍ ພະ­ຍາດ​ທີ່​ມາ​ກັບ​ນ້ຳ ແລະ ພະ­ຍາດ​ທີ່​ກັນ​ໄດ້​ດ້ວຍ​ວັກ​ຊິນ.

ກອງ​ປະ­ຊຸມ​ໄດ້​ດຳ­ເນີນ​ເປັນ​ເວ­ລາ​ເຄີ່ງ​ວັນ ບັນ­ດາ​ຜູ້​ເຂົ້າ​ຮ່ວມ ໄດ້​ຮັບ​ຟັງ​ການ​ສະ­ເໜີ ການ​ເຝົ້າ​ລະ­ວັງ​ພະ­ຍາດ​ໂຄ​ວິດ-19 ໃນ​ສະ­ພາບ​ປັດ­ຈຸ­ບັນ​ຂອງ ສປປ ລາວ ແນະ­ນຳ​ພະ­ຍາດ​ອື່ນໆ​ທີ່​ຕ້ອງ​ເຝົ້າ​ລະ­ວັງ ແລະ ເຮັດ​ການ​ໂຄ­ສະ­ນາ ຈາກ​ນັ້ນ​ກໍ​ໄດ້​ມີ​ການ​ແລກ­ປ່ຽນ​ສົນ­ທະ­ນາ​ເຊິ່ງ​ກັນ ແລະ ກັນ ແນ­ໃສ່​ເພື່ອ​ກ້າວ​ໄປ​ໃນ​ການ​ໂຄ­ສະ­ນາ​ໃຫ້​ສັງ­ຄົມ​ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ວິ­ທີ​ການ​ປ້ອງ​ກັນ​ກ່ຽວ​ກັບ​ພະ­ຍາດ​ໂຄ​ວິດ-19 ແລະ ພະ­ຍາດ​ອື່ນໆ.

# ຂ່າວ & ພາບ: ບຸນ​ມີ ສີ­ວິ­ໄລ

error: Content is protected !!