10 ປີແລ້ວ ທີ່ຄົນທົ່ວໂລກທີ່ມີຄວາມແຕກຕ່າງດ້ານວັດທະນະທຳ ຈາກອາເມຣິກາ ເອີຣົບ ລວມທັງອາຊີຕາເວັນອອກສ່ຽງໃຕ້ ໄດ້ນຳໃຊ້ Instagram ເພື່ອສະແດງຄວາມສາມາດຂອງເຂົາເຈົ້າ ແລະ ຊອກຫາແຮງບັນດານໃຈໃຫ້ຕົວເອງ ປັດຈຸບັນ ມີຄົນໃຊ້ Instagram ຫຼາຍກວ່າ 1 ຕື້ຄົນທົ່ວໂລກ Instagram ຫຼື ມັກເອິ້ນວ່າ “IG” ແມ່ນພື້ນທີ່ທີ່ເຮັດໃຫ້ຜູ້ຄົນໄດ້ໃກ້ຊິດເຊິ່ງກັນ ແລະ ກັນ ເຂົ້າເຖິງສິ່ງທີ່ເຂົາເຈົ້າງ່າຍຂຶ້ນ ລວມທັງຜູ້ສ້າງ ແລະ ທຸລະກິດ ເຊິ່ງຄົນທົ່ວໂລກໄດ້ໃຊ້ Instagram ເພື່ອສະແດງບຸກຄະລິກອັນເປັນເອກະລັກ ຜ່ານຮູບພາບ ແລະ ວິດີໂອ ພ້ອມທັງຄົ້ນຫາກຸ່ມຊຸມຊົນທີ່ມັກ ແລະ ຂະຫຍາຍທຸລະກິດ.
ສປປ ລາວ ໄດ້ເປີດໃຫ້ໄປ-ມາຫາສູ່ກັນພາຍໃນປະເທດຄືນ ແລະ ກຳລັງຊ່ວຍກັນຟື້ນຟູເສດຖະກິດພາຍໃນ ທຸລະກິດຮ້ານກາເຟທີ່ກຳລັງເຕີບໂຕຢ່າງວ່ອງໄວ ແລະ ສະໜອງວິຖີຊີວິດການດື່ມກາເຟຂອງຄົນຮຸ່ນໃໝ່ໄດ້ ແມ່ນຮ້ານກາເຟໃໝ່ໆທີ່ມີເອກະລັກໂດດເດັ່ນ ໃຫ້ໄດ້ໄປນັ່ງຫຼິ້ນ ຖ່າຍຮູບ ເຊັກອິນ ແລະ ບັນທຶກເລື່ອງລາວໃນແບບຂອງຕົວເອງ ລົງ Instagram ສ່ວນຕົວ ເຊິ່ງເອີ້ນວ່າ “ຮ້ານ Instagrammable” ນອກຈາກການໄປສຳຫຼວດໃນວັນພັກຜ່ອນແລ້ວ ຍັງຊ່ວຍສະໜັບສະໜູນທຸລະກິດທ້ອງຖິ່ນພາຍໃນບໍລິເວນໃກ້ເຮືອນທ່ານໄດ້ ຮ້ານ Instagrammable ໃນນະຄອນຫຼວງວຽງຈັນ ປະກອບມີ:

ຮ້ານນວນ (Instagram @callme.nuan): ຕັ້ງຢູ່ໃຈກາງເມືອງ ທີ່ອ້ອມຮອບໄປດ້ວຍຫ້ອງການ ແລະ ທະນາຄານ ເປັນຮ້ານອາຫານ ກາເຟ 2 ຊັ້ນ ເພື່ອສະໜອງຄວາມຕ້ອງການໃຫ້ແຂກຕ່າງກຸ່ມ ໂດຍຜູ້ທີ່ຂຶ້ນໄປຊັ້ນ 2 ຈະພົບການຕົບແຕ່ງແບບຍ້ອນຍຸກ ຊຸມປີ 1970 ຮູບແບບຮົງກົງ ມີເຄື່ອງຕົບແຕ່ງແບບຍຸກຈີນເກົ່າ ເໝາະສົມສຳລັບຜູ້ມີເວລາຫຼາຍ ສາມາດນັ່ງດື່ມກາເຟ ຫຼື ຖ່າຍຮູບກັບບັນຍາກາດເກົ່າໆ ສ່ວນຊັ້ນ 1 ເໝາະສຳລັບພະນັກງານຫ້ອງການທີ່ມີເວລາໜ້ອຍ ຕ້ອງການອາຫານທີ່ວ່ອງໄວ.

Especial Café (Instagram @especial.vientiane): ເປັນໜຶ່ງໃນຮ້ານທີ່ມີການເຊັກອິນຫຼາຍທີ່ສຸດ ເຊິ່ງເດືອນຕຸລານີ້ ເປັນເດືອນຄົບຮອບ 1 ປີຂອງຮ້ານ ເບື້ອງຕົ້ນ ເປັນໂຮງແຮມແບບໃໝ່ ທີ່ມີຊື່ເອີ້ນວ່າ Box Hostel ເຊິ່ງຈັດໃຫ້ແຂກຢູ່ຮ່ວມກັນທີ່ຊັ້ນ 2 ແລະ 3 ແຕ່ລະຫ້ອງຈະມີພື້ນທີ່ເໝາະສົມໃຫ້ພັກ ເຊິ່ງສ່ວນໃຫຍ່ ເນັ້ນແຂກຕ່າງປະເທດ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເຈົ້າຂອງມີຄວາມຄິດໃໝ່ ດ້ວຍການຫັນປ່ຽນຕຽງນອນໃນຊັ້ນ 2 ທີ່ໄດ້ແຮງບັນດານໃຈຈາກການນອນໃນ Box ແບບຮູບແບບຍີ່ປຸ່ນ ມາເປັນຈຸດດື່ມກາເຟ ແລະ ເຮັດວຽກ ທີ່ລູກຄ້າສາມາດນອນພັກຜ່ອນໄດ້ເຊັ່ນກັນ ຊັ້ນ 3 ໄດ້ເພີ່ມການນວດເຂົ້າໄປໃນລາຍການ ເຊິ່ງເປັນທາງເລືອກເພີ່ມໃຫ້ກຸ່ມທີ່ຕ້ອງການພັກຜ່ອນເຕັມທີ່.
Annabelle 2 (Instagram @annabelle_cafe): ເປັນຮ້ານທີ່ມີສີສັນສົດໃສ ເໝາະກັບລູກຄ້າທີ່ມັກຖ່າຍຮູບແບບຫວານໆ ເຊິ່ງມີກຸ່ມລູກຄ້າທີ່ມັກມາກິນອາຫານຕອນສວາຍ ແລະ ດື່ມກາເຟໃນມື້ເຂົ້າວຽກ ພາຍໃນຮ້ານ ມີລາຍການອາຫານຫຼວງຫຼາຍ ເຊັ່ນ: ເຂົ້າຈີ່ຝຣັ່ງ ຄຣົວຊອງ ກາເຟ ແລະ ອື່ນໆ ທີ່ເຮັດສົດໆໃໝ່ໆທຸກວັນ ໂດຍບໍ່ມີການໃສ່ສານກັນບູດ ນອກນີ້ ຍັງມີ High Tea ສຳລັບລູກຄ້າເປັນກຸ່ມ 4 ຄົນຂຶ້ນໄປ ໃນວັນເສົາ-ອາທິດ.

Sailomyen Café (Instagram @sailomyenhostel): ຕັ້ງຢູ່ໃຈກາງເມືອງ ເປັນຮ້ານທີ່ມີການປັບປຸງໃຫ້ຮ້ານເປັນແບບຫຼັງຄາສູງ ແລະ ຕົບແຕ່ງແບບສະບາຍ ປອດໂປ່ງ ຮູບແບບ Loft-Industrial ເຊິ່ງກາຍເປັນຮ້ານກິນ-ດື່ມໃນຕອນຄ່ຳ ພາຍໃນຮ້ານ ມີອາຫານ ເຄື່ອງດື່ມ ແລະ ຄ໋ອກເທວຫຼາຍຮູບແບບ ເລີ່ມແຕ່ໜ້າເຖິງຫຼັງຮ້ານ ມີຫຼາຍຈຸດທີ່ເປັນຈຸດຖ່າຍຮູບລົງ Instagram ເຊິ່ງເປັນຮ້ານ Instagrammable ທີ່ໜ້າສົນໃຈອີກຮ້ານໜຶ່ງ.

The Pianist Vientiane (Instagram @thepianistvientiane): ເປັນຮ້ານທີ່ມີເອກະລັກສະເພາະ ເໝາະກັບການໄປຖ່າຍຮູບເຊັກອິນ ເພາະພາຍໃນຮ້ານມີການຕົບແຕ່ງຮູບແບບຕາເວັນຕົກ ເຊິ່ງເຮັດໃຫ້ຮູ້ສຶກອົບອຸ່ນ ແລະ ຄ້າຍຄືກັບຢູ່ບ້ານ ຖ້າເປັນຄົນທີ່ມີຄວາມມັກຮັກໃນດົນຕີຄລາສິກ ນີ້ແມ່ນຮ້ານທີ່ທ່ານຕ້ອງໄປລອງ ເພາະຈະມີການຫຼິ້ນເປຍໂນ ໄວໂອລິນ ໃນໂອກາດພິເສດ.
# ຂ່າວ & ພາບ: ສະບາໄພ