ທ່ານ ສະເຫຼີມພົນ ສູນວົງສາ ຜູ້ບໍລິຫານພັດຕາຄານເຊນພິລາ ໃຫ້ສຳພາດວັນທີ 7 ຕຸລາ 2020 ວ່າ: ພັດຕາຄານເຊນພິລາ ຕັ້ງຢູ່ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເລີ່ມກໍ່ສ້າງມາແຕ່ເດືອນກັນຍາ 2018 ເປັນຕົ້ນມາ ຮອດປັດຈຸບັນ ສຳເລັດເກືອບ 100% ແລະ ພ້ອມທີ່ຈະເປີດເປັນທາງການວັນທີ 15ຕຸລາ 2020 ທີ່ຈະມາເຖິງນີ້ ເລີ່ມຮັບບໍລິການຈັດງານແຕ່ງດອງ 2 ງານທຳອິດ ວັນທີ 17ຕຸລາ 2020 ໃນລາຄາບັດລະ 180.000 ກີບ ສະເພາະປີນີ້ ມີລູກຄ້າມາຈອງຈັດງານແຕ່ງດອງປະມານ 50 ງານ ຖືວ່າມີກະແສຕອບຮັບຈາກສັງຄົມເປັນຢ່າງດີ ໃນໄລຍະເປີດໃໝ່ ທາງພັດຕະຄານມີໂປຣໂມຊັນ ແລະ ສ່ວນຫຼຸດຫຼາຍຢ່າງ ລາຍລະອຽດເຊີນເຂົ້າໄປເບິ່ງຢູ່ເຟສບຸກ ພັດຕາຄານເຊນພິລາ.

# ຂ່າວ & ພາບ: ສົມສະຫວັນ