ກຸ່ມອີ່ໄລ ເຜີຍແຜ່ມະຕິ 107 ຂອງກົມການເມືອງສູນກາງພັກ

ເພື່ອ​ເຮັດ​ໃຫ້​ຄະ­ນະ​ພັກ​ຮາກ​ຖານ​ກຸ່ມ​ບ້ານ ເລ­ຂາ​ໜ່ວຍ​ພັກ​ບ້ານ ພ້ອມ​ດ້ວຍ​ສະ­ມາ­ຊິກ​ພັກ​ໃນ​ກຸ່ມ​ອີ່​ໄລ ຈຳ­ນວນ 184 ສະ­ຫາຍ ໄດ້​ຮັບ​ຮູ້ ເຊື່ອມ​ຊືມ ແລະ ສາ­ມາດ​ກຳ​ໄດ້​ເຖິງ​ເນື້ອ​ໃນ​ຈິດ­ໃຈ​ຂອງ​ມະ­ຕິ 107 ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ສ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃນ​ໄລ­ຍະ​ໃໝ່ ແລະ ເຜີຍ­ແຜ່​ຜົນ­ສຳ­ເລັດ​ກອງ​ປະ­ຊຸມ​ໃຫຍ່​ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ນາ​ຊາຍ​ທອງ​ຄັ້ງ​ທີ 7 ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ (2020-2025) ຂອງ​ເມືອງ​ນາ​ຊາຍ​ທອງ ດັ່ງ­ນັ້ນ ກຸ່ມ​ອີ່​ໄລ​ຈຶ່ງ​ໄດ້​ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ມະ­ຕິ​ດັ່ງ­ກ່າວ​ໃນ​ວັນ​ທີ 7 ຕຸ­ລາ 2020 ທີ່​ວັດ​ຫ້ວຍ​ນ້ຳ​ເຢັນ ໂດຍ​ການ​ເຜີຍ­ແຜ່​ຂອງ​ທ່ານ ພັທ ລຳ​ພອນ ສີ​ສົມ­ບັດ ຄະ­ນະ​ປະ­ຈຳ​ພັກ​ເມືອງ ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ເມືອງ ທັງ​ເປັນ​ຜູ້​ຊີ້​ນຳ​ກຸ່ມ​ບ້ານ​ອີ່​ໄລ ມີ​ທ່ານ ຄຳ​ພັນ ຂັນ​ຕິ​ລາດ ກຳ­ມະ­ການ​ພັກ​ເມືອງ ຫົວ­ໜ້າ​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ​ກຸ່ມ​ອີ່​ໄລ ແລະ ບັນ­ດາ​ທ່ານ​ຄະ­ນະ​ພັກ​ເມືອງ ຫົວ­ໜ້າ​ຫ້ອງ­ການ​ທີ່​ຊີ້​ນຳ​ກຸ່ມ​ດັ່ງ­ກ່າວ​ເຂົ້າ​ຮ່ວມ.

ໃນ​ກອງ​ປະ­ຊຸມ​ດັ່ງ­ກ່າວ ໄດ້​ມີ​ພິ­ທີ​ມອບ​ໃບ​ຍ້ອງ­ຍໍ ແລະ ຫຼຽນ​ກາ​ລະ­ນຶກ 70 ປີ ວັນ​ສ້າງ­ຕັ້ງ​ແນວ​ລາວ​ສ້າງ​ຊາດ​ຈຳ­ນວນ 15 ຫຼຽນ ໃຫ້​ແກ່​ບຸກ­ຄົນ​ທີ່​ມີ​ຜົນ­ງານ​ດີ­ເດັ່ນ ປະ­ກອບ­ສ່ວນ​ເຄື່ອນ​ໄຫວ​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ​ໄລ­ຍະ​ຜ່ານ​ມາ ເນື່ອງ​ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບ­ຮອບ 70 ປີ ແລະ ມອບ​ໃບ­ຢັ້ງ­ຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ ແລະ ໜັກ​ແໜ້ນ​ປະ­ຈຳ​ປີ 2019 ຕື່ມ​ອີກ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!