ພິທີປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານສະຫະພັນກີລາກ໊ອຟແຫ່ງຊາດລາວ ປະຈຳສົກປີ 2020-2024 ຈັດຂຶ້ນວັນທີ 6 ຕຸລາ 2020 ຢູ່ຄະນະກຳມະການກີລາໂອແລມປິກແຫ່ງຊາດລາວ (ຄອລ) ລະຫວ່າງທ່ານ ສູນທອນ ສິຣິສັກ ປະທານສະຫະພັນກ໊ອຟແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກ໊ອຟແຫ່ງຊາດລາວ (ຜູ້ໃໝ່) ໂດຍມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານ ຄອລ ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຊ່ວຍລັດຖະມົນຕີ ຫົວໜ້າກົມ ພະແນກການກ່ຽວຂ້ອງ ຄະນະສະຫະພັນ ກ໊ອຟແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສຳລັບຄະນະບໍລິຫານງານສະຫະພັນກ໊ອຟແຫ່ງຊາດລາວຊຸດໃໝ່ ປະກອບມີ: ຄະນະປະທານທີ່ປຶກສາກິດຕິມະສັກ ທ່ານ ສົມສະຫວາດ ເລັ່ງສະຫວັດ ທ່ານ ສູນທອນ ສິຣິສັກ ແລະ ທ່ານ ຄຳໄພ ປະເສີດ ສ່ວນຄະນະບໍລິຫານງານ ມີທ່ານ ກອງສີ ແສງມະນີ ເປັນປະທານ ທ່ານ ສອນເພັດ ເມືອງວົງ ທ່ານ ສົງຄາມ ສີລາເພັຊ ທ່ານ ຄຳແພງ ວົງຂັນຕີ ທ່ານ ສັງຄົມ ພົມພັກດີ ແລະ ທ່ານ ບົວວຽງ ຈຳປາພັນ ເປັນຮອງປະທານ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ເປັນເລຂາທິການ ທ່ານ ອານຸສັກ ພັນທຸໄລ ແລະ ທ່ານ ສິນສະໜອງສັກ ຈັນທະສົມບັດ ເປັນຮອງເລຂາທິການ ພ້ອມດ້ວຍຄະນະກຳມະການ ອີກ 12 ທ່ານ.
