ບານເຕະຄອມມານໂດລາວລີກ 2 ໄດ້ຄູ່ຊີງຊະນະເລີດ

ພາຍ­ຫຼັງ​ທີ່​ໄດ້​ມີ​ການ​ແຂ່ງ­ຂັນ​ບານ­ເຕະ​ທີມ​ຊາຍ (ປະ­ເພດ 11 ຄົນ) ລາຍ­ການ​ຄອມ​ມານ​ໂດ​ລາວ​ລີກ 2 ລະ­ດູ​ການ 2020 ເມື່ອ​ວັນ​ທີ 25 ກໍ­ລະ­ກົດ 2020 ປັດ­ຈຸ­ບັນ ສາ­ມາດ​ໄດ້ 2 ສະ­ໂມ­ສອນ​ຜ່ານ ເຂົ້າ​ຊີງ​ຊະ­ນະ​ເລີດ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ເປັນ​ການ​ພົບ​ກັນ​ລະ­ຫວ່າງ​ສະ­ໂມ­ສອນ ເອັດ​ທີ​ທີ ເອັຟ​ຊີ ແລະ ສະ­ໂມ­ສອນ​ກອງ­ທັບ ເອັຟ​ຊີ ໂດຍ​ນັດ​ຊີງ​ຊະ­ນະ​ເລີດ ແລະ ຊີງ​ອັນ​ດັບ​ທີ 3 ຈະ​ສືບ­ຕໍ່​ແຂ່ງ­ຂັນ​ວັນ​ທີ 17 ຕຸ­ລາ 2020 ຢູ່​ສູນ​ເຝິກ​ບານ­ເຕະ​ແຫ່ງ​ຊາດ ສະ­ໜາມ 1 ແລະ ສະ­ໜາມ 2 ບ້ານ​ຫ້ວຍ​ຫົງ ເມືອງ​ຈັນ­ທະ​ບູ​ລີ.

ການ​ແຂ່ງ­ຂັນ​ລາຍ­ການ​ຄອມ​ມານ​ໂດ​ລາວ​ລີກ 2 ລະ­ດູ​ການ 2020 ນັດ​ທີ 2 ແລະ ເປັນ​ນັດ​ສຸດ​ທ້າຍ​ຂອງ​ຮອບ 4 ທີມ ລະ­ຫວ່າງ​ຄູ່​ທີ 1 ເອັດ​ທີ​ທີ ເອັຟ​ຊີ ພົບ​ກັບ ເຄ​ພີ​ເອັດ ເອັບ​ຊີ (ໃນ​ນັດ​ທີ 1 ເອັດ​ທີ​ທີ ອອກ​ນຳ­ໄປ​ກ່ອນ 4-1 ປະ­ຕູ) ແລະ ເມືອງ​ຫາດ ຢູ​ໄນ​ເຕັດ ພົບ​ກັບ ກອງ­ທັບ ເອ​ັຟ​ຊີ (ນັດ​ທຳ​ອິດ ກອງ­ທັບ​ຊະ­ນະ​ດ້ວຍ​ສະ​ກໍ 2-1) ຈັດ​ຂຶ້ນ​ວັນ​ທີ 3 ຕຸ­ລາ 2020 ໃນ​ນັດ​ນີ້​ຖ້າ​ຫາກ​ທີມ​ໃດ​ຊະ­ນະ​ໄດ້​ຜ່ານ​ເຂົ້າ​ຊີງ​ຊະ­ນະ​ເລີດ ລາຍ­ການ​ຄອມ​ມານ​ໂດ​ລາວ​ລີກ 2 ລະ­ດູ​ການ 2020 ເພື່ອ​ຄວ້າ​ສິດ​ເລື່ອນ​ຊັ້ນ​ໄປ​ຫຼິ້ນ​ໃນ​ລີກ​ສູງ​ສຸດ​ຂອງ​ລາວ ຫຼື ເປບ​ຊີ​ລາວ​ລີກ 1 ໃນ​ລະ­ດູ​ການ​ໜ້າ​ທັນ­ທີ.

ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ເປັນ​ໄປ​ຕາມ​ຄາດ­ໝາຍ​ເຖິງ​ວ່າ​ສະ­ໂມ­ສອນ ເອັດ​ທີ​ທີ ຈະ​ພາດ​ທ່າ​ເສຍ​ໃຫ້ ເຄ​ພີ​ເອັດ 2-0 ປະ­ຕູ ກໍ​ຕາມ ແຕ່​ລວມ​ສະ​ກໍ 2 ນັດ ເອັດ​ທີ​ທີ ຊະ­ນະ 4-3 ປະ­ຕູ ຜ່ານ​ເຂົ້າ​ຮອບ​ຊີງ​ຊະ­ນະ​ເລີດ ພົບ​ກັບ​ສະ­ໂມ­ສອນ ກອງ­ທັບ ທີ່​ຊະ­ນະ ເມືອງ​ຫາດ ຢູ​ໄນ​ເຕັດ 3-1 ປະ­ຕູ ລວມ​ຜົນ 2 ນັດ ກອງ­ທັບ ຊະ­ນະ 5-2 ປະ­ຕູ ສົ່ງ​ຜົນ​ໃຫ້​ທັນ​ສອງ​ສະ­ໂມ­ສອນ​ດັ່ງ­ກ່າວ ຜ່ານ​ເຂົ້າ​ຮອບ​ຊີງ​ຊະ­ນະ​ເລີດ ສ່ວນ​ເມືອງ​ຫາດ ແລະ ເຄ​ພີ​ເອັດ ໄປ​ຊີງ​ອັນ​ດັບ​ທີ 3 ໃນ​ການ​ແຂ່ງ­ຂັນ​ເຕະ­ບານ​ລາຍ­ການ​ຄອມ​ມານ​ໂດ​ລາວ​ລີກ 2 ລະ­ດູ​ການ 2020 ວັນ​ທີ 17 ຕຸ­ລາ​ນີ້.

ລາຍ­ການ​ຄອມ​ມານ​ໂດ​ລາວ​ລີກ 2 ລະ­ດູ​ການ 2020 ປີ​ນີ້​ມີ 14 ສະ­ໂມ­ສອນ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ແບ່ງ​ອອກ​ເປັນ 2 ກຸ່ມ ກໍ​ຄື ກຸ່ມ A ປະ­ກອບ​ມີ ວຽງ​ຈັນ​ເຄ​ພີ​ເອັດ ກອງ­ທັບ​ກາ​ຣູ​ດາ 369 ເຮັດ​ບີ​ທີ 941 ແຄນ​ລາວ ແລະ ນະ­ຄອນ­ຫຼວງ ສ່ວນ​ກຸ່ມ B ເມືອງ​ຫາດ ວິ­ທະ­ຍາ­ໄລ​ລາວ-ທ໋ອບ ວິ­ທະ­ຍາ­ໄລ​ເຄວ​ສ ບີ​ແກນ ເອັດ​ທີ​ທີ ທຣີ​ນີ​ຕີ ແລະ ເອັດ​ຊີ​ອີ ການ​ແຂ່ງ­ຂັນ ແຕ່​ລະ​ກຸ່ມ​ແຂ່ງ­ຂັນ​ແບບ​ພົບ​ກັນ​ໝົດ ຄັດ​ເລືອກ​ເອົາ​ທີມ​ທີ່​ມີ​ຄະ­ແນນ​ດີ​ທີ່​ສຸດ​ອັນ​ດັບ​ທີ 1-2 ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ 4 ທີມ​ສຸດ​ທ້າຍ ຈາກ​ນັ້ນ ໃນ​ຮອບ​ຮອງ​ຊະ­ນະ​ເລີດ​ກໍ​ມາ​ແຂ່ງ­ຂັນ 2 ນັດ​ໄປ-ກັບ ສ່ວນ​ການ​ແຂ່ງ­ຂັນ​ຊີງ​ອັນ​ດັບ​ທີ 3 ແລະ ຊີງ​ຊະ­ນະ​ເລີດ​ແຂ່ງ­ຂັນ​ແບບ​ນັດ​ດຽວ.

error: Content is protected !!