ອພສ ເມືອງໄຊເສດຖາ ເອົາໃຈໃສ່ນະໂຍບາຍ 6 ສ 5 ຮ່ວມ 3 ຫຼຸດ ແລະ 3 ເພີ່ມ ຂອງ ນວ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ອົງ­ການ​ພຸດ​ທະ​ສາ­ສະ­ໜາ​ສຳ­ພັນ​ລາວ (ອພສ) ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 6 ຕຸ­ລາ 2020 ຢູ່​ວັດ​ທາດ­ຫຼວງ​ໃຕ້ ເປັນ​ປະ­ທານ​ຂອງ​ພະ​ອາ­ຈານ ວັນ​ຄຳ ວົງ­ສາ​ສຸ­ລິນ ຮອງ​ເຈົ້າ​ຄະ­ນະ ອພສ ນວ ທັງ​ເປັນ​ເຈົ້າ​ຄະ­ນະ​ເມືອງ​ໄຊ​ເສດ​ຖາ ມີ​ພະ​ອາ­ຈານ ມະ­ຫາ ບຸນ​ມາ ສິມ​ມາ​ພົມ ອົງ​ຮັກ­ສາ​ການ​ປະ­ທານ​ສູນ​ກາງ ອພສ ແລະ ອົງ​ຊີ້​ນຳ​ວຽກ​ງານ​ກຳ­ມາ​ທິ​ການ​ປົກ­ຄອງ​ສົງ​ທົ່ວ​ປະ­ເທດ ແລະ ເປັນ​ທີ່​ປຶກ­ສາ ອພສ ເມືອງ​ໄຊ​ເສດ​ຖາ ພະ​ອາ­ຈານ ມະ­ຫາ​ວັນ­ນາ ສຸ­ລິ­ຍະ​ວົງ ເຈົ້າ​ຄະ­ນະ ນວ ເຈົ້າ​ຄະ­ນະ​ເມືອງ 5 ຕົວ​ເມືອງ ພະ​ເຖ​ລາ-ນຸ​ເຖລະ ເຈົ້າ​ອະ­ທິ­ການ​ວັດ 62 ວັດ​ທົ່ວ​ເມືອງ ພ້ອມ​ດ້ວຍ​ທ່ານ ຄຳ​ສະ­ຫວັນ ໂຄດ​ໄຊ ຮອງ​ເຈົ້າ­ເມືອງ​ໄຊ​ເສດ​ຖາ ທ່ານ ແສງ​ພອນ ສຸ​ວັນ­ນີ ຮອງ​ປະ­ທານ​ແນວ​ລາວ​ສ້າງ​ຊາດ ນວ ແນວ​ລາວ​ສ້າງ​ຊາດ​ເມືອງ ອຳ­ນາດ​ການ​ປົກ­ຄອງ ແລະ ແນວ​ໂຮມ​ບ້ານ 48 ບ້ານ ທົ່ວ​ເມືອງ​ໄຊ​ເສດ​ຖາ ເຂົ້າ​ຮ່ວມ.

ພະ​ອາ­ຈານ ຄຳ​ຜຸຍ ບຸບ­ຜາ​ພອນ ຮອງ​ເຈົ້າ​ຄະ­ນະ ອພສ ເມືອງ​ໄຊ​ເສດ​ຖາ ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ສອງ ພາກ ເຫັນ​ວ່າ: ໃນ 5 ປີ­ຜ່ານ­ມາ (2016-2020) ອສພ ເມືອງ ໄດ້​ເອົາ­ໃຈ­ໃສ່​ປະ­ກອບ­ສ່ວນ​ຊຸກ­ຍູ້​ສົ່ງ­ເສີມ​ຕໍ່​ພຸດ ທະ​ສາ­ສະ­ໜາ ຕາມ​ພາ­ລະ​ບົດ­ບາດ​ໜ້າ­ທີ່ ແລະ ຂອບ​ເຂດ​ສິດ​ຂອງ​ຕົນ ເພື່ອ​ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ວຽກ​ງານ​ຕ່າງໆ​ຂອງ​ຄະ­ນະ​ສົງ ໂດຍ​ສະ­ເພາະ​ແມ່ນ ອພສ ເມືອງ​ໄຊ​ເສດ​ຖາ ມີ​ຜົນ­ສຳ­ເລັດ​ແຕ່​ລະ​ດ້ານ ພ້ອມ​ທັງ​ຊຸກ­ຍູ້​ໃຫ້​ແຕ່​ລະ​ວັດ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕໍ່​ນະ­ໂຍ­ບາຍ 6 ສ 5 ຮ່ວມ 3 ຫຼຸດ ແລະ 3 ເພີ່ມ ຂອງ ນວ ໃຫ້​ໄດ້​ຮັບ​ໝາກ­ຜົນ​ດີ​ຍິ່ງ​ຂຶ້ນ.

ກອງ​ປະ­ຊຸມ​ໄດ້​ຮັບ­ຮອງ​ເອົາ​ຜົນ​ການ​ເລືອກ​ຕັ້ງ​ຄະ­ນະ​ກຳ­ມາ​ທິ​ການ​ບໍ­ລິ­ຫານ​ງານ ອພສ ເມືອງ​ໄຊ​ເສດ​ຖາ ຊຸດ​ໃໝ່ ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ ອພສ ເມືອງ 22 ອົງ ຄະ­ນະ​ປະ­ຈຳ 7 ອົງ ແລະ ແຕ່ງ­ຕັ້ງ​ພະ​ອາ­ຈານ ອິນ​ປັນ ພິ­ລາ​ວັນ ເປັນ​ເຈົ້າ​ຄະ­ນະ ແຕ່ງ­ຕັ້ງ​ຮອງ​ເຈົ້າ​ຄະ­ນະ​ອີກ 4 ອົງ ມີ​ພະ​ອາ­ຈານ ສົມ​ຊາຍ ບຸນ​ຍະ​ປະ­ສິດ ພະ​ອາ­ຈານ ຄຳ​ຜຸຍ ບຸບ­ຜາ​ພອນ ພະ​ອາ­ຈານ ສາຍ­ທອງ ພົມ­ມະ­ຈັນ ແລະ ພະ​ອາ­ຈານ ອຳ​ມະ​ຣິນ ບຸນ​ວິ­ເສດ ແລະ ຄະ­ນະ​ອີກ 2 ອົງ.

# ຂ່າວ & ພາບ: ບຸນ​ມີ ສີ­ວິ­ໄລ

error: Content is protected !!