ໂລກຮ້ອນ

ອຸນ­ຫະ­ພູມ​ຂອງ​ໂລກ​ທີ່​ເພີ່ມ​ສູງ​ຂຶ້ນ​ທຸກ​ຂະ­ນະ ອາ­ກາດ​ຮ້ອນ​ຫຼາຍ​ຂຶ້ນ ກໍ່­ໃຫ້­ເກີດ​ສະ­ພາ­ວະ​ໂລກ​ຮ້ອນ ສົ່ງ​ຜົນ​ກະ­ທົບ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ຜົນ​ກະ­ທົບ​ທີ່​ສຳ­ຄັນ​ກໍ​ແມ່ນ​ລະ­ບົບ​ນິ­ເວດ​ວິ­ທະ­ຍາ ການ​ລະ​ເຫີຍ​ຂອງ​ນ້ຳ​ທະ­ເລ ມະ­ຫາ​ສະ­ໝຸດ ແມ່­ນ້ຳ​ລຳ​ທານ ເພີ່ມ​ທະ­ວີ​ຂຶ້ນ​ຈົນ​ສົ່ງ​ຜົນ​ໃຫ້​ມີ​ຝົນ­ຕົກ​ເພີ່ມ​ຫຼາຍ​ຂຶ້ນ ແຕ່​ຢູ່​ພຽງ​ບາງ​ເຂດ​ບໍ­ລິ­ເວນ​ເທົ່າ​ນັ້ນ ແລະ ກໍ່­ໃຫ້­ເກີດ​ບັນ­ຫາ​ອຸ​ທົກ​ກະ​ໄພ ສ່ວນ​ເຂດ​ບໍ­ລິ­ເວນ​ທີ່​ຝົນ​ບໍ່​ຕົກ ຈະ​ກໍ່­ໃຫ້­ເກີດ​ບັນ­ຫາ​ໄພ​ແລ້ງ ເຊິ່ງ​ຈະ​ເຊື່ອມ​ໂຍງ​ຕໍ່​ໄປ​ຍັງ​ບັນ­ຫາ​ຄວາມ​ໝັ້ນ­ຄົງ​ທາງ​ດ້ານ​ລະ­ບົບ​ສັງ­ຄົມ ແລະ ເສດ­ຖະ­ກິດ ຜົນ​ກະ­ທົບ​ຕໍ່​ຜົນ​ຜະ­ລິດ​ທາງ​ດ້ານ​ກະ­ສິ­ກຳ ຈາກ​ສະ­ພາບ​ດິນ​ຟ້າ​ອາ­ກາດ​ທີ່​ປັ່ນ​ປ່ວນ​ຜັນ​ແປ ການ​ຂາດ­ແຄນ​ສະ­ບຽງ​ອາ­ຫານ ແລະ ນ້ຳ​ຈາກ​ໄພ​ທຳ​ມະ​ຊາດ ເກີດ​ສະ­ພາ­ວະ​ການ​ເສຍ​ສົມ​ດຸນ​ຕາມ​ທຳ​ມະ​ຊາດ ລວມ​ທັງ​ສຸ­ຂາ​ພະ​ລາ​ນາ​ໄມ​ທີ່​ເກີດ​ຈາກ​ໂລກ­ລະ­ບາດ​ຮຸນ​ແຮງ ຫຼື ອາດ​ເຮັດ​ໃຫ້​ເກີດ​ການ​ກາຍ­ພັນ ຫຼື ເກີດ​ຄວາມ​ຜິດ​ປົກ­ກະ­ຕິ​ໃນ​ຮຸ່ນ​ລູກ-ຫຼານ​ຂຶ້ນ.

ເມື່ອ​ຫວນ​ຄືນ​ເບິ່ງ ຢ້ອນ​ກັບ​ໄປ​ເຖິງ​ສາ­ເຫດ​ຂອງ​ບັນ­ຫາ​ພາ­ວະ​ໂລກ​ຮ້ອນ ກໍ​ຈະ​ພົບ​ເຫັນ​ວ່າ ເກີດ​ຈາກ​ການ​ເຜົາ​ຜານ​ເຊື້ອ​ເພີງ ເພື່ອ​ຜະ­ລິດ​ພະ­ລັງ­ງານ ແລະ ປ່ອຍ​ກາ​ຊ​ຄາ​ຣ​ບອນ​ໄດ​ອັອກ​ໄຊ ເຂົ້າ​ສູ່​ຊັ້ນ​ບັນ­ຍາ­ກາດ ກໍ່­ໃຫ້­ເກີດ​ສະ­ພາ­ວະ​ເຮືອນ​ແກ້ວ ເຊິ່ງ​ເປັນ​ເຫດ​ໃຫ້​ເກີດ​ພາ­ວະ​ໂລກ​ຮ້ອນ​ຂຶ້ນ ດັ່ງ­ນັ້ນ ການ​ແກ້​ບັນ­ຫາ​ນັ້ນ ແມ່ນ​ການ​ຫຼຸດ​ການ​ປ່ອຍ​ກາ​ຊ​ຄາ​ຣ​ບອນ​ໄດ​ອັອກ​ໄຊ ເຂົ້າ​ສູ່​ຊັ້ນ​ບັນ­ຍາ­ກາດ ຫຼື ການ​ປະ​ຫຍັດ​ການ​ໃຊ້​ພະ­ລັງ­ງານ​ໃນ​ຮູບ​ແບບ​ຕ່າງໆ​ລົງ.

ພາ­ວະ​ໂລກ​ຮ້ອນ​ໃນ​ປັດ­ຈຸ­ບັນ ເປັນ​ບັນ­ຫາ​ສຳ­ຄັນ​ທີ່​ມະ­ນຸດ­ຊາດ​ທຸກ​ຊີ­ວິດ​ຕ້ອງ​ຮັບ​ຮູ້ ແລະ ເຂົ້າ­ໃຈ ແລະ ຮ່ວມ​ມື​ຮ່ວມ​ໃຈ​ກັນ­ຫາ​ວິ­ທີ​ປ້ອງ​ກັນ ແລະ ແກ້​ໄຂ ຖ້າ​ບໍ່​ດັ່ງ­ນັ້ນ ພວກ​ເຮົາ​ຈະ​ໄດ້​ຮັບ​ໄພ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ທີ່​ບໍ່​ເພິ່ງ​ປາ­ຖະ­ໜາ​ຢາກ​ພົບ​ເຫັນ​ຕາມ​ມາ ເຊັ່ນ: ລະ­ດັບ​ນ້ຳ​ທະ­ເລ​ທີ່​ສູງ​ຂຶ້ນ ຈົນ​ກືນ​ກິນ​ພື້ນ​ທີ່​ຝັ່ງ​ຂອງ​ໂລກ ແຜ່ນ​ນ້ຳ­ກ້ອນ​ຂວ້າ​ໂລກ​ເໜືອ​ລະ­ລາຍ ເກີດ​ຄວາມ​ແຫ້ງ­ແລ້ງ ເກີດ​ໄຟ​ໄໝ້​ປ່າ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ໂດຍ​ມີ​ການ​ຄາດ​ຄະ­ເນ​ໄວ້​ວ່າ ສິ່ງ​ທີ່​ມີ​ຊີ­ວິດ​ຫຼາຍ​ລ້ານ​ປີ​ຈະ​ດັບ​ສູນ​ເຊື້ອ​ພັນ​ພາຍ​ໃນ ປີ 2050.

ຕາມ​ທັດ­ສະ­ນະ​ຂອງ​ຜູ້​ຂຽນ ເຊິ່ງ​ຜ່ານ​ການ​ສຶກ​ສາ​ຄົ້ນ­ຄວ້າ​ຈາກ​ສະ​ຖາ​ບັນ​ວິ­ທະ­ຍາ­ສາດ​ດ້ານ​ສິ່ງ­ແວ­ດລ້ອມ ທີ່​ເມືອງ​ຄີວ​ຊູ ປະ­ເທດ​ຍີ່­ປຸ່ນ ການ​ແກ້​ໄຂ​ບັນ­ຫາ​ພາ­ວະ​ໂລກ​ຮ້ອນ ຕ້ອງ​ສ້າງ​ລະ­ບຽບ ແລະ ວາງ​ມາດ­ຖານ​ທີ່​ໝັ້ນ­ຄົງ​ຢ່າງ​ເປັນ​ລະ­ບົບ ໂດຍ​ເລີ່ມ​ຈາກ​ການ​ປູກ­ຝັງ​ຄ່າ​ນິ­ຍົມ​ການ​ປະ​ຫຍັດ​ພະ­ລັງ­ງານ​ໃນ​ລະ­ດັບ​ເຍົາ­ວະ​ຊົນ ເຊິ່ງ​ຖື​ເປັນ​ພື້ນ­ຖານ​ທີ່​ສຳ­ຄັນ​ທີ່​ສຸດ​ໃນ​ລະ­ບົບ​ສັງ­ຄົມ ໂດຍ​ການ​ອະ­ທິ­ບາຍ​ຊີ້​ແຈງ ແລະ ໃຫ້​ຄວາມ​ຮູ້​ເຖິງ​ສາ­ເຫດ ແລະ ຜົນ​ກະ­ທົບ​ຈາກ​ພາ­ວະ​ໂລກ​ຮ້ອນ ລວມ​ທັງ​ວິ­ທີ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ບັນ­ຫາ​ໃນ​ເຊີງ​ຮູບ​ປະ​ທຳ ຈາກ​ນັ້ນ ກໍ​ຂະ­ຫຍາຍ​ໄປ​ສູ່​ສະ​ຖາ​ບັນ​ຄອບ­ຄົວ ແລະ ສຸດ​ທ້າຍ ສູ່​ລະ­ບົບ​ສັງ­ຄົມ​ທົ່ວ​ໄປ​ທີ່​ມີ​ຂະ­ໜາດ​ກວ້າງ­ຂວາງ.

ໂດຍ: ຄົນ​ເດີມ

error: Content is protected !!