ເພິ່ນບໍ່ເອີ້ນຢ່າຂານ

         ຄໍາສຸພາສິດລາວ ບາງຄຳບາງປະໂຫຍກ ເຖິງແມ່ນວ່າເປັນການຄາດການລ່ວງໜ້າ ມາຫຼາຍຊົ່ວຄົນ ແຕ່ມີບາງເລື່ອງກໍຖືກຕ້ອງ ກັບສະພາບຄວາມເປັນຈິງໃນແຕ່ລະໄລຍະແຕ່ລະຮຸ່ນຄົນ ແຕ່ລະຍຸກຂອງເສດຖະກິດ ຊຶ່ງທຸກຄົນຕ້ອງຍອມຮັບວ່າຄໍາເວົ້າ ແລະ ການເຕືອນສະຕິຂອງໃນຍຸກນັ້ນ ສະໄໝນັ້ນ ກາຍມາເປັນຄວາມຈິງໃນຍຸກນີ້ ສະໄໝນີ້ ແຕ່ກໍມີບາງຄໍາເວົ້າບາງປະໂຫຍກກໍບໍ່ສາມາດໃຊ້ກັບສະພາບຄວາມເປັນຈິງໃນປັດຈຸບັນ ແຕ່ກໍສາມາດປັບມານຳໃຊ້ໃຫ້ສອດຄ່ອງກັບໄລຍະເວລາຂອງມັນ ໂດຍສະເພາະ ໃນຍຸກຂອງການຄຸ້ມຄອງລັດຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍເທື່ອລະກ້າວ ຢູ່ປະເທດເຮົາ ເຊັ່ນ ປະໂຫຍກທີ່ວ່າ ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ວຍ ເພິ່ນຫາມໝູ ຢ່າເອົາໄມ້ຄານໄປສອດເພິ່ນບໍ່ໃຫ້ກອດຢ່າໄປ ຊູຊີ ມັນຜິດຮີດຜິດຄອງເຫຼົ່ານີ້ເປັນຕົ້ນ ຊຶ່ງເບິ່ງເລິກໆກໍໝາຍຄວາມວ່າ ສິ່ງໃດທີ່ບຸກຄົນອື່ນບໍ່ຕ້ອງການທີ່ຈະໃຫ້ຊ່ວຍກໍບໍ່ຄວນຊ່ວຍ ສິ່ງໃດທີ່ບໍ່ຄວນເຮັດກໍບໍ່ຈຳເປັນຕ້ອງເຮັດ ອັນນັ້ນແມ່ນກົດປະເພນີ ແມ່ນຂໍ້ຫ້າມແມ່ນລະບຽບຂອງການດຳລົງຊີວິດໃນຍຸກກ່ອນ ແຕ່ມີບາງເລື່ອງບາງກໍລະນີກໍຄວນປະຕິບັດພັນທະຂອງຕົນ.

  ມາຮອດຍຸກນີ້ສະໄໝນີ້ ຍຸກທີ່ພວກເຮົາມີກົດໝາຍເພື່ອຄຸ້ມຄອງການເຄື່ອນໄຫວການດໍາລົງຊີວິດ ການປະຕິບັດໜ້າທີ່ມັນກໍ ອັນຕ້ອງໄດ້ປະຕິບັດຕາມຕົວບົດກົດໝາຍ ປະຕິບັດຕາມລະບຽບການທີ່ລັດວາງອອກແຕ່ລະໄລຍະ ເຊັ່ນ ປະໂຫຍກທີ່ວ່າເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ວຍ ໃນເວລານີ້ພວກເຮົາມີກົດໝາຍ ຊຶ່ງກົດໝາຍໄດ້ບັງຄັບໃຫ້ບຸກຄົນຕ້ອງໄດ້ປະຕິບັດພັນທະຂອງຕົນຕໍ່ສັງຄົມ ກໍຄື ເຮົາຕ້ອງຊ່ວຍເຫຼືອສັງຄົມຕາມຄວາມສາມາດ ແລະ ເງື່ອນໄຂທີ່ຕົນເອງມີຕົວຢ່າງ ທ້າວ ເປ ຍ່າງກາຍໜອງນໍ້າ ເຫັນນາງ ຈ້ວຍ ກຳລັງຕົກນ້ຳໜອງ ແລະ ໄດ້ຮ້ອງຂໍ ຄວາມຊ່ວຍເຫຼືອຈາກທ້າວ ເປ ທັ່ງໆທີ່ ທ້າວ ເປ ສາມາດຊ່ວຍເຫຼືອ ແຕ່ທ້າວ ເປ ກໍເມີນເສີຍບໍ່ໃຫ້ຄວາມຊ່ວຍເຫຼືອ ຄໍາວ່າບໍ່ໃຫ້ ຄວາມຊ່ວຍເຫຼືອໄດ້ໝາຍຄວາມວ່າ ທ້າວ ເປ ສາມາດລອຍນໍ້າໄດ້ ຫຼື ນໍ້າບໍ່ເລິກ ນໍ້າ ບໍ່ໄຫຼແຮງ ຫຼື ສາມາດຮ້ອງຂໍໃຫ້ຄົນອື່ນ ຊ່ວຍໄດ້ ສຸດທ້າຍນາງ ຈ້ວຍ ກໍຈົມນ້ຳເສຍຊີວິດ ຫຼື ໃນກໍລະນີມີຄົນເຈັບເຖິງຂັ້ນອັນຕະລາຍແກ່ຊີວິດ ແຕ່ແພດໝໍຍັງເມີນເສີຍຕໍ່ໜ້າທີ່ ຕໍ່ຄວາມຮັບຜິດຊອບຂອງຕົນ ກໍຈະມີຄວາມຜິດເຊັ່ນດຽວກັນ.

   ຕາມຈິດໃຈຂອງທ້າວ ເປ ກໍຄິດວ່າບໍ່ຊ່ວຍ ກໍບໍ່ຜິດ ເຖິງວ່າມີເງື່ອນໄຂ ຊ່ວຍ ຫຼື ຄິດວ່າບໍ່ ແມ່ນຍາດຕິພີ່ນ້ອງຂອງຕົນກໍບໍ່ຈຳເປັນຈະຊ່ວຍ ແຕ່ກົງກັນຂ້າມ ຕາມກົດໝາຍຖືວ່າ ທ້າວ ເປ ມີຄວາມຜິດຂາດຄວາມຮັບຜິດ ຊອບຕໍ່ບຸກຄົນ ແລະ ສັງຄົມສ່ວນລວມ ພຶດຕິກໍາດັ່ງກ່າວຖືວ່າເປັນອັນຕະລາຍຮ້າຍແຮງ ສະນັ້ນ ສິ່ງທີ່ສົມເຫດສົມຜົນແມ່ນຕ້ອງເອົາຜູ້ກ່ຽວມາດຳເນີນຄະດີ ຊຶ່ງກໍເປັນການປັບທັດສະນະຄະຕິຂອງຜູ້ກ່ຽວໃຫ້ກັບມາມີຄວາມຮັບຜິດຊອບຕໍ່ສັງຄົມໃນຖານະທີ່ເປັນຄົນທີ່ມີຄວາມສາມາດທາງດ້ານປະພຶດເຕັມສ່ວນ.

   ມາດຕາ 202 ປະມວນກົດໝາຍອາຍາໄດ້ ກຳນົດວ່າ: ບຸກຄົນໃດ ຫາກໄດ້ພົບເຫັນຜູ້ອື່ນ ທີ່ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼື ສຸຂະພາບ ແຕ່ບໍ່ໃຫ້ຄວາມຊ່ວຍເຫຼືອ ທັງໆທີ່ຕົນເອງກໍມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼື ບອກຄົນ ອື່ນຊ່ວຍເຫຼືອ ຈະຖືກລົງໂທດຕັດອິດສະຫຼະ ພາບແຕ່ ສາມເດືອນ ຫາໜຶ່ງປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ.

   ບຸກຄົນໃດທີ່ມີໜ້າທີ່ຊ່ວຍເຫຼືອ ແຕ່ບໍ່ໄດ້ ປະຕິບັດໜ້າທີ່ຂອງຕົນໃນການຊ່ວຍເຫຼືອຜູ້ທີ່ ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼື ສຸຂະພາບ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງ ປີ ຫາສາມປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບຫາ 15.000.000 ກີບ.

   ເຖິງຢ່າງໃດກໍຕາມ ກົດໝາຍຍັງຍົກເວັ້ນ  ໃນກໍລະນີທີ່ບຸກຄົນນັ້ນຫາກບໍ່ສາມາດປະຕິບັດພັນທະ ຫຼື ໜ້າທີ່ຂອງຕົນຍ້ອນບໍ່ມີ ເງື່ອນໄຂ ບໍ່ມີຄວາມສາມາດ ຍ້ອນບໍ່ແມ່ນ ໜ້າທີ່ ຫຼື ບໍ່ມີວິຊາສະເພາະ ຫາກຊ່ວຍໄປ ກໍຈະເກີດອັນຕະລາຍ ສ້າງຄວາມເສຍຫາຍໜັກໜ່ວງກວ່າເກົ່າ.

ໂດຍ: ໄມ້ງັດ

error: Content is protected !!