ທາບທາມບຸຄະລາກອນເພື່ອສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກ ນວ ສະໄໝທີ VII

    ອົງການປົກຄອງນະຄອນຫຼວງວຽງຈັນ ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນສະໄໝທີ VII ຮອບທີ 3 ຂຶ້ນວັນທີ 5-7 ຕຸລາ 2020 ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ (ນວ) ເຊິ່ງມີຄວາມໝາຍສໍາຄັນຫຼາຍ ແລະ ມີຄວາມຈໍາເປັນສໍາລັບຄະນະບໍລິຫານງານພັກ ນວ ໃນຖານະເປັນພັກກໍາອໍານາດ ເຊິ່ງເປັນການເສີມຂະຫຍາຍມູນເຊື້ອອັນດີ ຜົນງານອັນປະເສີດຂອງພັກ ພ້ອມກັນດັດແປງແກ້ໄຂບັນດາຈຸດອ່ອນ ຂໍ້ຄົງຄ້າງ ສິ່ງທ້າທາຍຕ່າງໆທີ່ອົງຄະນະພັກ ນວ ກໍາລັງປະເຊີນຢູ່ໃນປັດຈຸບັນ ໃຫ້ມີການປ່ຽນແປງໃໝ່ຢ່າງຕັ້ງໜ້າ ພ້ອມນັ້ນ ຍັງເປັນການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຕື່ມອີກ.

    ກອງປະຊຸມດັ່ງກ່າວ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ບັນດາຄະນະປະຈໍາ ກໍາມະການພັກ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ອົງການກວດກາສູນກາງພັກ ແລະ ຫ້ອງວ່າການສູນກາງພັກ.

ທາບທາມບຸຄະລາກອນເພື່ອສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກ ນວ ສະໄໝທີ VII

# ຂ່າວ & ພາບ: ຂັນທະວີ

error: Content is protected !!